ສື່ມວນຊົນສ.ເກົາຫລີຕີລາຄາສູງແງ່ຫວັງເສດຖະກິດຫວຽດນາມ

(VOVWORLD) -ສື່ມວນຊົນ ສ.ເກົາຫລີ ຕີລາຄາສູງກ່ຽວກັບຄວາມສາມາດບົ່ມຊ້ອນດ້ານເສດຖະກິດຂອງຫວຽດນາມ ແລະ ຖືວ່າ ນີ້ແມ່ນປະເທດຂອງບັນດາກາລະໂອກາດດ້ານເສດຖະກິດ.

ຫນັງສືພິມ Korea JoongAng Daily ໄດ້ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ມີຄວາມສາມາດບົ່ມຊ້ອນ ການພັດທະນາຢ່າງ ໄວກວ່າຫລາຍເມື່ອທຽບໃສ່ ສ.ເກົາຫລີ ເມື່ອກາຍເປັນຫນຶ່ງໃນບັນດາພື້ນຖານເສດຖະກິດແຖວຫນ້າຂອງອາຊີ. ພື້ນຖານເສດຖະກິດຫວຽດນາມ ໄດ້ເຕີບໂຕຈາກ 6% - 7%/ປີ ໃນຂະນະນັ້ນ ພື້ນຖານເສດຖະກິດ ສ.ເກົາຫລີ ເຕີບໂຕຢູ່ໃນລະດັບ 2%/ປີ. ຄຽງຄູ່ກັນນັ້ນ ລະບົບມູນຄ່າທົ່ວໂລກ ພວມປ່ຽນແປງ ຍ້ອນຄວາມເຄັ່ງຕຶງດ້ານການຄ້າພວມເກີດຂຶ້ນລະຫວ່າງ ອາເມລິກາ ແລະ ຈີນ ກໍ່ກຳລັງຍູ້ໄວການລົງທຶນເຂົ້າຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ