ສະຖານທູດຫວຽດນາມ ປະຈຳອີຕາລີ ຈັດພິທີຊັກທຸງອາຊຽນ
(ພາບ:baotintuc.vn)
( vovworld ) – ເນື່ອງໃນໂອກາດສະເຫຼີສະຫຼອງ 45 ປີແຫ່ງວັນສ້າງຕັ້ງສະຫະສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ 17 ປີແຫ່ງວັນຫວຽດນາມ ເປັນສະມາຊິກສົມບູນຂອງອາຊຽນ, ວັນທີ 30/7, ສະຖານທູດຫວຽດນາມ ປະຈຳອີຕາລີ ໄດ້ຈັດພິທີຊັກທຸງອາຊຽນ. ກ່າວຄຳເຫັນນະພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ Nguyen Hoang Long ໄດ້ຫວນຄືນວິວັດການສ້າງຕັ້ງ, ພັດທະນາ ແລະ ເຕີບໃຫ່ຍຂອງອາຊຽນ ພ້ອມທັງຢືນຢັນວ່າ: ພິທີຊັກທຸງ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອລະນຶກວັນສ້າງຕັ້ງຂອງອາຊຽນ (8/8/1967), ແມ່ນການສະແດງໃຫ້ເຫັນຄຳໝັ້ນໝາຍ, ແມ່ນສັນຍານທີ່ມີລັກສະນະເປັນສັນຍາລັກທຳອິດຂອງບັນດາປະເທດອາຊຽນ ເພື່ອແນໃສ່ມຸ້ງໄປເຖິງການສ້າງປະຊາຄົມອາຊຽນໃນປີ 2015. ນີ້ກໍ່ແມ່ນສັນຍາລັກແຫ່ງການພົວພັນຮ່ວມມືທີ່ນັບມື້ນັບເຕີບໃຫ່ຍເຂັ້ມແຂງລະຫວ່າງອາຊຽນ ແລະ ອີຕາລີ.
ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດອີຕາລີ ໄດ້ສົມທົບກັບກຸ່ມບໍລິສັດວິຊາຊີບວົງການເຈົ້າຂອງອຸດສາຫະກຳອີຕາລີ ຈັດ “ເວທີປາໄສສະຕິຄວາມຮັບຮູ້ກ່ຽວກັບອາຊຽນ“ ຢູ່ນະຄອນຫຼວງໂຣມ ດ້ວຍຈຸດປະສົງຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງອີຕາລີ ກັບບັນດາປະເທດອາຊຽນ. ນີ້ແມ່ນແນວຄວາມຄິດທີ່ຖືກປະຕິບັດເປັນຄັ້ງທຳອິດຢູ່ປະເທດເອີລົບ, ຍ້ອນວ່າ ການເຄື່ອນໄຫວນີ້ມີຄວາມໝາຍສຳຄັນທີ່ມຕໍ່ທັງກຸ່ມເອີລົບ ເພື່ອແນໃສ່ມຸ້ງໄປເຖິງການພົວພັນທີ່ເລິກເຊິ່ງກ່ວາລະຫວ່າງສະຫະພາບເອີລົບ ແລະ ອາຊຽນ.