(VOVWORLD) -ວັນທີ 16 ສິງຫາ, ທຳນຽບປະທານາທິບໍດີສ.ເກົາຫຼີ (ເຮືອນຂຽວ) ແຈ້ງວ່າ, ສະພາຄວາມໝັ້ນຄົງແຫ່ງຊາດສ.ເກົາຫຼີ ໄດ້ຈັດກອງປະຊຸມດ່ວນພາຍຫຼັງເຫດຍິງວັດຖຸບິນຄັ້ງຫຼ້າສຸດຂອງສປປ.ເກົາຫຼີ.
ເຫດຍິງວັດຖຸບິນຄັ້ງຫຼ້າສຸດຂອງສປປ.ເກົາຫຼີ
(ພາບ: YONHAP/TTXVN)
|
ຄະນະປະຈຳການຂອງສະພາດັ່ງກ່າວເລີ່ມຈັດກອງປະຊຸມໃນເວລາ 9 ໂມງໃນຕອນເຊົ້າຂອງວັນດຽວກັນ, ໂດຍທ່ານທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ Chung Eui yong ເປັນປະທານ. ໃນຂະນະນັ້ນ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ກໍ່ໄດ້ຮັບການລາຍງານກ່ຽວກັບສະພາບການທີ່ກ່ຽວຂ້ອງ.
ກ່ອນໜ້ານັ້ນ, ກອງທັບສ.ເກົາຫຼີ ໄດ້ແຈ້ງວ່າ, ສປປ.ເກົາຫຼີ ໄດ້ຍິງວັດຖຸບິນທີ່ຍັງບໍ່ທັນໄດ້ຮັບການຮັບຮອງໄປທາງທະເລຍີ່ປຸ່ນ. ຕາມສະພາເສນາທິການໃຫຍ່ກຳລັງທະຫານປະສົມສ.ເກົາຫຼີ ແລ້ວ, ບັນດາວັດຖຸບິນ ແມ່ນໄດ້ຍິງຈາກເທດສະບານເມືອງ Tongchon ຢູ່ແຂວງ Kangwon ໃນຮຸ່ງເຊົ້າວັນດຽວກັນ. ປະຈຸບັນ, ຍັງບໍ່ທັນມີຂໍ້ມູນຂ່າວລະອຽດກ່ຽວກັບເຫດການຍິງດັ່ງກ່າວຄື ປະເພດຂອງວັດຖຸບິນ, ໄລຍະຍິງ ແລະ ຄວາມສູງສຸດ.