ເລຂາທິການໃຫຍ່ ນາໂຕ Jens Stoltenberg ຕອບສຳພາດເມື່ອວັນທີ 19/4.
(ພາບ:AFP/TTXVN)
(vovworld) – ກອງປະຊຸມຄັ້ງທຳອິດຂອງອົງການນາໂຕ - ລັດເຊຍ ຖືກຈັດຕັ້ງໃນວັນທີ 20/4 ຢູ່ ບຣຸກແຊນ, ປະເທດ ແບນຊິກ, ພາຍຫຼັງຖືກຢຸດສະງັກມາເປັນເວລາເກືອບ 2 ປີ. ນອກຈາກເລື່ອງສຸມໃສ່ແລກປ່ຽນກ່ຽວກັບການປະທະກັນຢູ່ ຢູແກຼນ ແລະ ບາງບັນຫາອື່ນໆນັ້ນ, ກອງປະຊຸມຍັງປຶກສາຫາລືເລື່ອງປັບປຸງ “ບັນດາກົນໄກຫລຸດຜ່ອນຄວາມສ່ຽງທີ່ກ່ຽວຂ້ອງເຖິງບັນດາການເຄື່ອນໄຫວດ້ານການທະຫານ”. ກອງປະຊຸມຖືກດຳເນີນໄປໃນສະພາບການທີ່ ລັດເຊຍ ແລະ ນາໂຕ ພວມຜ່ານຜ່າໄລຍະຂາດຄວາມໄວ້ເນື້ອເຊື່ອໃຈ ຢ່າງເລິກເຊິ່ງທີ່ກ່ຽວຂ້ອງເຖິງພາກຕາເວັນອອກຢູແກຼນ. ນີ້ແມ່ນສັນຍານສະແດງໃຫ້ເຫັນວ່າ: ການພົວພັນລະຫວ່າງ 2 ຝ່າຍພວມຄ່ອຍໆດີຂຶ້ນ. ເຖິງຢ່າງໃດກໍ່ຕາມ, ໃນກອງປະຊຸມນີ້ກໍ່ໄດ້ເຫັນປະຈັກຕາຄວາມບໍ່ລົງລອຍກັນລະຫວ່າງ ມົດສະກູ ກັບ ນາໂຕ ທີ່ກ່ຽວຂ້ອງເຖິງວິກິດການຢູ່ ຢູແກຼນ ແລະ ອະນາຄົດຂອງຄວາມສະຫງົບຢູ່ ເອີລົບ.