ສະພາແຫ່ງຊາດລົງປະຊາມະຕິຮັບຮອງເອົາຮ່າງກົດໝາຍເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດແລະສະພາປຊຊ
(ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ)
(vovworld) – ຕອນເຊົ້າວັນທີ 20/11, ພາຍໃຕ້ການບໍລິຫານຂອງທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາຮ່າງກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ. ກົດໝາຍດັ່ງກ່າວກຳນົດກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ສະພາປະຊາຊົນ, ບັນດາກຳມາທິການສະພາແຫ່ງຊາດ, ຄະນະຜູ້ແທນສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ; ສະພາປະຊາຊົນ, ຄະນະປະຈຳສະພາປະຊາຊົນ, ບັນດາຄະນະຂອງສະພາປະຊາຊົນ ແລະ ສະມາຊິກສະພາປະຊາຊົນ; ໜ້າທີ່ຮັບຜິດຊອບຂອງບັນດາອົງການ, ອົງການຈັດຕັ້ງ, ສ່ວນບຸກຄົນທີ່ຖືກຕິດຕາມກວດກາ, ອົງການ, ອົງການຈັດຕັ້ງ ແລະ ສ່ວນບຸກຄົນທີ່ກຽວຂ້ອງເຖິງການເຄື່ອນໄຫວຕິດຕາມກວດກາ.
ແລະກໍໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບການສະຫຼຸບວຽກງານຜັນຂະຫຍາຍການປະຕິບັດທົດລອງລະບອບພະນັກງານປະຕິບັດຄຳຕັດສິນຂອງສານແພ່ງ ຕາມມະຕິເລກທີ 36 ຂອງສະພາແຫ່ງຊາດ ແລະ ຮ່າງມະຕິກ່ຽວກັບການປະຕິບັດລະບອບດັ່ງກ່າວ ແລະ ເລື່ອງໃຫ້ສັດຕະຍາບັນອະນຸສັນຍາປັບປຸງສັນຍາສ້າງຕັ້ງອົງການຄ້າໂລກ (WTO).