(vovworld) - ວັນທີ 22/5, ແມ່ນມື້ເຮັດວຽກທີ 3 ຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ສືບຕໍ່ວຽກງານສ້າງກົດໝາຍ. ໂດຍອີງຕາມລາຍການ, ໃນຕອນເຊົ້າ, ສະພາແຫ່ງຊາດຮັບຟັງໃບອະທິບາຍ ແລະ ບົດລາຍງານການກວດກາໂຄງການກົດໝາຍວ່າດ້ວຍການຈັດຕັ້ງອົງການຕິດຕາມກວດກາປະຊາຊົນ (ສະບັບປັບປຸງ) ແລະ ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການປະກັນສຸຂະພາບ.
ໃນຕອນບ່າຍ, ບັນດາ ສສຊ ປຶກສາຫາລືຢູ່ໜ່ວຍກ່ຽວກັບກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ(ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການຈັດຕັ້ງອົງການຕິດຕາມກວດກາປະຊາຊົນ (ສະບັບປັບປຸງ)