ສຳນັກງານສະພາແຫ່ງຊາດ ອາເມລິກາ
(ພາບ: appropriations.house.gov)
|
(vovworld) – ໃນບາດກ້າວທີ່ໄດ້ຮັບການຄາດຄະເນວ່າຈະໄດ້ຮັບການຊົມເຊີຍຈາກຄູ່ເຈລະຈາ ອາຊີ - ປາຊີຟິກ, ວັນທີ 16/4, ບັນດານັກສ້າງກົດໝາຍຂອງ ອາເມລິກາ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດຮ່າງກົດໝາຍກ່ຽວກັບສິດເຈລະຈາໄວ ເພື່ອຊ່ວຍໃຫ້ອຳນາດການປົກຄອງຂອງທ່ານປະທານາທິບໍດີ Barack Obama ຍູ້ໄວວິວັດທະນາການເຈລະຈາໄວກ່ຽວກັບສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ແລະ ບັນດາສັນຍາການຄ້າເສລີອື່ນໆອີກ. ສະມາຊິກສະພາຕ່ຳພັກສາທາລະນະ Orrin Hatch, ປະທານກຳມາທິການການເງິນສະພາສູງ, ໃຫ້ຮູ້ວ່າ: ຮ່າງກົດໝາຍມີລັກສະນະປະນິປະນອມທີ່ຫາກໍ່ບັນລຸໄດ້ລະຫວ່າງພັກສາທາລະນະ ແລະ ພັກປະຊາທິປະໄຕ ແລະ ປະຈຸບັນພວມໄດ້ຍື່ນສະເໜີຕໍ່ທັງສະພາຕ່ຳ ແລະ ສະພາສູງ ບໍ່ພຽງແຕ່ແມ່ນສັນຍານຕັ້ງໜ້າໃຫ້ແກ່ການຢ້ຽມຢາມ ອາເມລິກາ ໃນທ້າຍເດືອນ 4 ນີ້ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ເທົ່ານັ້ນ, ຫາກຍັງຈະເປີດປະຕູໃຫ້ແກ່ການສິ້ນສຸດວິວັດການເຈລະຈາກ່ຽວກັບ TPP ລະຫວ່າງ ອາເມລິກາ ກັບ 11 ຄູ່ຮ່ວມມື ອາຊີ ອີກດ້ວຍ.