ສະເຫຼີມສະຫຼອງວັນຄ້າຍ ວັນເກີດພະເຈົ້າຈັກກະພັດ ແລະ ວັນຊາດ ຍີ່ປຸນ ທີ່ນະຄອນ ໂຮ່ຈີ໋ມິນ
ພິທີສະເຫຼີມສະຫຼອງວັນຄ້າຍວັນເກີດພະເຈົ້າຈັກກະພັດ ແລະ ວັນຊາດ ຍີ່ປຸນ
(ພາບ: vietnamplus.vn)
(vovworld) - ພິທີສະເຫຼີມສະຫຼອງວັນຄ້າຍວັນເກີດພະເຈົ້າຈັກກະພັດ ແລະ ວັນຊາດ ຍີ່ປຸນໄດ້ດຳເນີນໃນຕອນຄຳ່ວັນທີ 11/12, ທີ່ນະຄອນ ໂຮ່ຈີ໋ມິນ. ທີ່ພິທີສະເຫຼີມສະຫຼອງ, ທ່ານ Hida Harumitsu, ຫົວໜ້າສະຖານກົງສູນໃຫຍ່ ຍີ່ປຸນ ປະຈຳນະຄອນ ໂຮ່ຈີ໋ມິນ, ເນັ້ນໜັກວ່າໃນຫຼາຍປີມໍ່ໆມານີ້, ສາຍພົວພັນ ຍີ່ປຸນ - ຫວຽດນາມ ນັບມື້ນັບສະໜິດຕິດພັນທັງຢູ່ລະດັບລັດຖະບານ ແລະ ພົນລະເຮືອນໃນຫຼາຍຂົງເຂດຄື ການເມືອງ, ເສດຖະກິດ, ວັດທະນະທຳ…
ກ່ຽວກັບການພົວພັນດ້ານເສດຖະກິດ, ໃນຈຳນວນເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າ ຫວຽດນາມ 13 ຕື້ USD ໃນປີ 2012, ຍີ່ປຸນກວມເອົາ 40% ດ້ວຍຈຳນວນ 5,1 ຕື້ USD, ສືບຕໍ່ນຳໜ້າໃນບັນດາປະເທດລົງທຶນເຂົ້າ ຫວຽດນາມ. ຕາມທ່ານ Hida Harumitsu ແລ້ວ, ນີ້ແມ່ນບັນດາການຄື່ອນໄຫວຢ່າງຕັ້ງໜ້າໃນສາຍພົວພັນລະຫວ່າງສອງປະເທດ ແລະ ອາດເວົ້າໄດ້ວ່າ ປັດຈຸບັນພວມປະກົດກະແສການລົງທຶນໃໝ່ຈາກ ຍີ່ປຸນ ເຂົ້າ ຫວຽດນາມ.