(vovworld) - ຕອນບ່າຍວັນທີ 26/9, ກຳມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ (25/9/1992 – 25/9/2012). ວັນທີ 25/9/1992, ທີ່ກອງປະຊຸມສະໄມສາມັນຄັ້ງປະຖົມມະເລີກສະພາແຫ່ງຊາດຫວຽດນາມຊຸດທີ 9 ໄດ້ຕົກລົງສ້າງຕັ້ງກຳມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ. 20 ປີທີ່ຜ່ານມາ, ກຳມາທິການ ໄດ້ເປັນເຈົ້າການໃນການກວດກາ, ຊ່ວຍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດປັບປຸງ, ສ້າງສຳເລັດຮ່າງກົດໝາຍ 10 ສະບັບ, ຮ່າງລັດຖະບັນຍັດ 10 ສະບັບຂຶ້ນກັບຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ, ໃນນັ້ນມີບັນດາຮ່າງກົດໝາຍ, ວາງລັດຖະບັນຍັດທີ່ສຳຄັນຄື; ກົດໝາຍວ່າດ້ວຍການປ້ອງກັນຊາດ, ກົດໝານວ່າດ້ວຍຕຳຫຼວດປະຊາຊົນ, ກົດໝາຍວ່າດ້ວຍຄວາມສະຫງົບແຫ່ງຊາດ… ກຳມາທີການໄດ້ເປັນເຈົ້າການ, ປະຕິບັດບົດບາດໜ້າທີ່ຂອງຕົນຕາມຂໍ້ກຳນົດຂອງກົດໝາຍຢ່າງຕັ້ງໜ້າ, ມີການປະກອບສ່ວນສຳຄັນເຂົ້າໃນການສ້າງສຳເລັດລະບົບກົດໝາຍທີ່ຂຶ້ນກັບຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ, ສ້າງກຳລັງປະກອບອາວຸດ, ປົກປັກຮັກສາປະເທດຊາດ. ຜ່ານນັ້ນເພີ່ມທະວີບົດບາດຊີ້ນຳ ນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ກ່ຽວກັບການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຕອບສະໜອງເລື່ອງສ້າງກຳລັງຄວາມສາມາດຂອງການປ້ອງກັນຄວາມສະຫງົບ, ສ້າງພື້ນຖານປ້ອງກັນຊາດປ້ອງກັນຄວາມສະຫງົບຂອງປະເທດຊາດ ໃຫ້ນັບມື້ນັບເຂັ້ມແຂງ.
ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ໄດ້ຢືນຢັນວ່າ ຍາມໃດ ພັກ, ລັດ ຫວຽດນາມ ໄດ້ກຳນົດການສ້າງສາ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມແມ່ນສອງໜ້າທີ່ຍຸດທະສາດ, ໃນນັ້ນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນໜ້າທີ່ເປັນປະຈຳ ແລະ ສຳຄັນຍິ່ງຂອງທົ່ວປວງຊົນ, ຂອງທັງລະບົບການເມືອງ. ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີວ່າ ໃນສະພາບການຄືປະຈຸບັນ, ກຳມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບ ຕ້ອງສືບຕໍ່ຮັບຜິດຊອບໜ້າທີ່, ຕາມແຜນນະໂຍບາຍ, ແນວທາງ, ທັດສະນະຂອງພັກ ກ່ຽວກັບຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ; ກຳໄດ້ສະພາບການຢ່າງທັນການ, ເປັນເຈົ້າການໃນວຽກງານເປັນເສນາທິການໃຫ້ສະພາແຫ່ງຊາດ ວາງອອກບັນດານະໂຍບາຍ, ກົດໝາຍທີ່ເໝາະສົມ ເພື່ອແນໃສ່ຮັກສາສະຖຽນລະພາບດ້ານການເມືອງ, ປົກປັກຮັກສາເອກະລາດ, ຜືນແຜນດິນອັນຄົບຖ້ວນຂອງປະເທດຊາດ.