ສະເຫຼີມສະຫຼອງ 80 ປີແຫ່ງວັນຄ້າຍວັນເກີດ ພະເຈົ້າຈັກກະພັດ ແລະ ວັນຊາດຍີ່ປຸ່ນ
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົາຮ່ວມພິທີ
ສະເຫຼີມສະຫຼອງ 80 ປີແຫ່ງວັນຄາຍວັນເກີດພະເຈົ້າຈັກກະພັດ ແລະ ວັນຊາດຍີ່ປຸ່ນ
(ພາບ: TTXVN)
(vovworld) – ກ່າວຄຳເຫັນທີ່ງານລ້ຽງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຄາຍວັນເກີດພະເຈົ້າຈັກກະພັດ ແລະ ວັນຊາດຍີ່ປຸ່ນ (23/12/1933 – 23/12/2013), ເຊິ່ງດຳເນີນໄປໃນຕອນຄໍ່າວັນທີ 10/12, ຢູ່ຮ່າໂນ້ຍ. ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ Hiroshi Fukada ຢືນຢັນວ່າ: ການພັດທະນາການພົວພັນລະຫວ່າງຍີ່ປຸ່ນ - ຫວຽນາມ ຢ່າງໝັ້ນຄົງ ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານເພື່ອນມິດ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ 2 ປະເທດ. ຍີ່ປຸ່ນ ແລະ ຫວຽດນາມ ຄວນສືບຕໍ່ກໍ່ສ້າງ, ເພີ່ມພູນຄູນສ້າງໃຫ້ການພົວພັນນີ້ໃນອະນາຄົດ. ສ່ວນທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຝາກຄຳອວຍພອນອັນອົບອູນ, ສຸດຈິດສຸດໃຈເຖິງພະເຈົ້າຈັກກະພັດ, ພະລາຊີນີ ແລະ ບັນດາສະມາຊິກໃນລາຊະວົງ, ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ. ທ່ານຮອງນາຍົກລັດຖະມົນຕີ ເຊື່ອໝັ້ນຕໍ່ການພັດທະນາຂອງສາຍພົວພັນລະຫວ່າງ ຫວຽດນາມ - ຍ່ປຸ່ນ, 2 ປະເທດຖືວ່າ ນີ້ແມ່ນກາລະໂອກາດພັດທະນາຂອງຕົນຢ່າງແທດຈິງ ແລະ ໄດ້ມີບັນດາທ່າແຮງສາມາດເພີ່ມເຕີ່ມໃຫ້ກັນ. ດ້ວຍຄວາມຕັດສິນໃຈ, ຄວາມມານະພະຍາຍາມຂອງທັງ 2 ຝ່າຍ, ແນ່ນອນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ຍີ່ປຸ່ນ ຈະສືບຕໍ່ພັດທະນາຢ່າງຮອບດ້ານ, ເລິກເຊິ່ງ, ໝັ້ນຄົງ, ນັບມື້ນັບສະໜິດແໜ້ນ, ຕອບສະໜອງຜົນປະໂຫຍດ, ຄວາມມຸງມາດປາດຖະໜາຂອງປະຊາຊົນ 2 ປະເທດ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ຈະເລີນຮຸ່ງເຮືອງ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.