ສະເຫຼີມສະຫຼອງ 87 ປີ ແຫ່ງວັນສື່ມວນຊົນປະຕິວັດຫວຽດນາມຢູ່ຝລັ່ງ

ສະເຫຼີມສະຫຼອງ 87 ປີ ແຫ່ງວັນສື່ມວນຊົນປະຕິວັດຫວຽດນາມຢູ່ຝລັ່ງ - ảnh 1
ທ່ານເອກອັກຄະລັດຖະທູດ Duong Chi Dung ອວຍພອນພະນັກງານ,
ນັກຂ່າວ​ໜັງສືພິມ Nhan Dan ປະຈຳ ສ. ຝຣັ່ງ

(vovworld) - ​ໂດຍຕອບສະໜອງ​ການ​ເຄື່ອນ​ໄຫວ​ຕ່າງໆ ຢູ່​ພາຍ​ໃນ​ປະ​ເທດ, ສື່​ມວນ​ຊົນ​ຫວຽດນາມ​ສາຂາ​ຢູ່ ສ​.ຝລັ່ງ​ໄດ້​ຈັດ​ຕັ້ງພິທີສະ​ເຫຼີ​ມສະຫຼອງ 87 ປີ ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ (21/6/1925 - 21/6/2012) ຢູ່​ສຳນັກງານ​ໜັງສືພິມ Nhan Dan (​ປະຊາຊົນ​) ປະຈຳ ສ.ຝລັ່ງ. ນະ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ ປະຈຳ ສ.ຝລັ່ງ Duong Chi Dung ​ໄດ້​ຢັ້ງຢືນ​ວ່າ ການ​ນຳ​ສະຖານທູດ​ຮັບ​ຮູ້ ​ແລະ ຍ້ອງຍໍ​ບັນດາ​ຜົນງານ​ເຊິ່ງນັກ​ຂ່າວ​ຫວຽດນາມ​ປະຈຳ ສ. ຝລັ່ງ ບັນລຸ​ໄດ້​ໃນ​ການ​ປະຕິບັດ​ງານຢູ່​ ຝລັ່ງ.

        ​ໃນ​ຊຸມ​ປີຜ່ານມາ, ບັນດາ​ອົງການ​ຕາງ​ໜ້າ​ສື່​ມວນ​ຊົນ​ຫວຽດນາມ​ ປະຈຳ ສ.ຝລັ່ງ ​ໄດ້​​ໃຫ້​ຂ່າວ​ຢ່າງ​ໄວ, ທັນ​ການ ​ແລະ ມີ​ຄຸນ​ນະພາ​ບກ່ຽວ​ກັບ​ບັນດາ​ເຫດການ ​ແລະ ການ ​ເຄື່ອນ​ໄຫວ​ຢູ່ ສ. ຝລັ່ງ ​ແລະ ​ເອີ​ລົບ, ບັນດາ​ນັກ​ຂ່າວ​ຫວຽດນາມ​ ປະຈຳ​ ສ.ຝລັ່ງ ໄດ້​ໃຫ້​ຂ່າວ​ຢ່າງ​ຄົບ​ຖ້ວນ​ຜ່ານ​ບັນດາ​ຮູບ​ການ​ສື່​ມວນ​ຊົນ, ສະໜອງ​ຂໍ້​ມູນ​ຂ່າວ​ຢ່າງຮອບດ້ານ ​ແລະ ຫຼາຍ​ຝ່າຍ​ຢູ່​ບໍລິ​ເວນ.

ຂ່າວ/ບົດ​ອື່ນ