ທ່ານຮອງນາຍົກລັດຖະມົນຕີ ຕວກກີ Bulent Arinc ກ່າວຄຳເຫັນນະພິທີ
ພາບ:vov
|
(vovworld)- ວັນທີ 2/9, ທີ່ສຳນັກງານສະຖານທູດຫວຽດນາມ ຢູ່ຕວກກີ ໄດ້ດຳເນີນພິທີສະເຫລີມສະຫລອງ 68 ປີແຫ່ງຊາດຫວຽດນາມ ທີ 2/9 ແລະ 35 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຕວກກີ. ເຂົ້າຮ່ວມພິທີ, ມີທ່ານຮອງນາຍົກລັດຖະມົນຕີ ຕວກກີ Bulent Arinc ພ້ອມດ້ວຍເຈົ້າຫນ້າທີ່ຫລາຍທ່ານ ສັງກັດກະຊວງການຕ່າງປະເທດ, ສະພາແຫ່ງຊາດ, ພັກການເມືອງ, ບັນດາກະຊວງ ຂະແຫນງການ, ຫົວຫນ້າທູຕານຸທູດບັນດາປະເທດ, ການນຳວິສາຫະກິດຕວກກີ ແລະ ຊາວຫວຽດນາມ ອາໄສຢູ່ຕວກກີ. ກ່າວຄຳເຫັນນະພິທີ, ທ່ານ ຫງວຽນເທເກືອງ, ເອກອັກຄະລັດຖະທູດຫວຽດນາມປະຈຳ ຕວກກີ ໄດ້ທົບທວນຄືນບັນດາໄລຍະປະຫວັດສາດຂອງປະຊາຊົນຫວຽດນາມ ແລະ ເນັ້ນຫນັກເຖິງບັນດາຜົນງານອັນໃຫຍ່ຫລວງໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມຂອງປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ຕວກກີ Bulent Arinc ໄດ້ຕີລາຄາສູງບັນດາຜົນງານຊື່ງຫວຽດນາມ ຍາດມາໄດ້, ເປັນຕົ້ນແມ່ນບົດບາດຂອງຫວຽດນາມ ໃນພາກພື້ນ ແລະ ສາກົນ. ທ່ານເຊື່ອໝັ້ນວ່າ ການພົວພັນລະຫວ່າງສອງປະເທດນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃຫມ່.
ເນື່ອງໃນໂອກາດສະເຫລີມສະຫລອງ 68 ປີແຫ່ງວັນຊາດຫວຽດນາມ, ປະທານາທິບໍດີ ອີຢີບ Adli Mansour ໄດ້ສົ່ງຄຳອວຍພອນເຖິງປະທານປະເທດຫວຽດນາມເຈືອງເຕີນຊາງ, ໃນນັ້ນ ໄດ້ເນັ້ນຫນັກວ່າ: ຍາມໃດ ອີຢີບ ກໍປາດຖະຫນາຢາກສ້າງ, ປັບປຸງ ແລະ ພັດທະນາສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອອັນດີງາມກັບ ຫວຽດນາມ ໃນທຸກຂົງເຂດ. ເນື່ອງໃນໂອກາດວັນຊາດຫວຽດນາມທີ 2/9 ແລະ ສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ອີຢີບ ຢ່າງເປັນທາງການ, ວິທະຍຸກະຈາຍສຽງໂທລະພາບແຫ່ງລັດ ແລະ ຫນັງສືພິມທີ່ມີຊື່ສຽງຫລາຍສະບັບຂອງອີຢີບ ໄດ້ໃຫ້ຂ່າວຢ່າງຫລວງຫລາຍກ່ຽວກັບວັນຊາດທີ 2/9 ຂອງຫວຽດນາມ. ເນື່ອງໃນໂອກາດນີ້, ສະຖານທູດຫວຽດນາມ ປະຈຳຝລັ່ງ ກໍໄດ້ຈັດຕັ້ງພິທີສະເຫລີມສະຫລອງ 68 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ທີ 2/9 ຢູ່ ນະຄອນຫລວງ ປາຣີ. ກ່າວຄຳເຫັນນະພິທີ, ທ່ານນາງ Marie Christine Blandin, ສະມາຊິກສະພາສູງ, ປະທານຄະນະກຳມະການວັດທະນະທຳ, ການສຶກສາ ແລະ ສື່ສານ, ສະມາຊິກກຸ່ມມິດຕະພາບຢູ່ສະພາສູງ ຝລັ່ງ ໄດ້ເວົ້າວ່າ:
“ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈເມື່ອໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງວັນປະທານໂຮ່ຈິມີນ ຖະແຫລງສະຖາປະນາປະເທດຫວຽດນາມ. ພິທີສະເຫລີມສະຫລອງໃນມື້ນີ້ ຍັງມີຄວາມໝາຍ ເມື່ອພວກເຮົາພວມລໍຖ້າການຢ້ຽມຢາມ ຝລັ່ງ ໃນໄລຍະຈະມາເຖິງຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ, ຊື່ງແມ່ນເຫດການສຳຄັນໃນການພົວພັນລະຫວ່າງສອງປະເທດ.”
ເນື່ອງໃນໂອກາດນີ້ ຊາວຫວຽດນາມ ອາໄສ ຢູ່ ລາວ,ກຳປູເຈຍ, ອົດສະຕາລີ, ອາເຊຣີ … ກໍໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອສະເຫລີມສະຫລອງ 68 ປີແຫ່ງວັນຊາດຫວຽດນາມ ທີ 2/9 ເຊັນດຽວກັນ.