ສ້າງກົນໄກເພື່ອໃຫ້ກອງທຶນສ່ຽງໄພເຂົ້າຮ່ວມການພັດທະນາວິທະຍາສາດ,ເຕັກໂນໂລຢີ
ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ທີ່ການເຮັດວຽກ
ກັບຄະນະຄຸ້ນຄອງເຂດເຕັກໂນໂລຢີສູງນະຄອນ ໂຮ່ຈີມິນ
(ພາບ:infonet.vn)
(vovworld) – “ສ້າງກົນໄກເພື່ອໃຫ້ກອງທຶນສ່ຽງໄພ ເຂົ້າຮ່ວມການພັດທະນາວິທະຍາສາດ,ເຕັກໂນໂລຢີ” ນັ້ນແມ່ນຄຳເຫັນຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ທີ່ການເຮັດວຽກກັບຄະນະຄຸ້ນຄອງເຂດເຕັກໂນໂລຢີສູງນະຄອນ ໂຮ່ຈີມິນ ໃນວັນທີ 20/05. ຕີລາຄາສູງບົດບາດນຳໜ້າໃນທົ່ວປະເທດຊາດໃນການດຶງດູດການລົງທຶນ, ການຜະລິດ, ການພັດທະນາຄວາມສາມາດດ້ານວິທະຍາສາດ - ເຕັກໂນໂລຢີ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ໃສ່ໃຈເຂດເຕັກໂນໂລຢີສູງ ນະຄອນໂຮ່ຈີມິນ ຄວນຄິດໄລ່ເພີ່ມແຫຼ່ງກຳລັງການລົງທຶນຕື່ມອີກ, ເລືອກເຟັ້ນບັນດາວິສາຫະກິດທີ່ນຳໃຊ້ປະລິມານວິທະຍາສາດ - ເຕັກໂນໂລຢີສູງ ຫາກບໍ່ພຽງແຕ່ແມ່ນບັນດາວິສາຫະກິດປະກອບເຄື່ອງຈັກ. ພ້ອມກັນນັ້ນ ເຂດເຕັກໂນໂລຢີສູງນະຄອນຄວນດຶງດູດແນວຄວາມຄິດ, ຂໍ້ລິເລີ່ມ, ປະດິດຄິດສ້າງວິທະຍາສາດຈາກບັນດາໂຮງຮຽນ, ສະຖາບັນ, ສູນຄົ້ນຄວ້າ ພ້ອມທັງມານະພະຍາຍາມຫັນບັນດາຂໍ້ລິເລີ່ມເປັນການຄ້ານັ້ນ ກາຍເປັນບັນດາຜະລິດຕະພັນລະອຽດ ເພື່ອໃຫ້ເຂດເຕັກໂນໂລຢີສູງນະຄອນກາຍເປັນສວນກ້າເບ້ຍດ້ານວິທະຍາສາດເຕັກໂນໂລຢີ ແລະ ແມ່ນໃຈກາງດຳເນີນທຸລະກິດຂອງວິສາຫະກິດ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເນັ້ນໜັກວ່າ: ການພັດທະນາວິທະຍາສາດ ເຕັກໂນໂລຢີ ຕ້ອງເຄົາລົບຫຼັກການຕະຫລາດ, ຕິດ ພັນກັບຕະຫລາດການເງິນ, ແຮງການ, ສິນຄ້າການບໍລິການ, ພ້ອມທັງຄວນມີກອງທຶນສ່ຽງໄພສ່ວນບຸກຄົນເຂົ້າຮ່ວມ, ສ້າງກົນໄກ ເພື່ອສົ່ງເສີມບັນດາກອງທຶນສ່ຽງໄພສ່ວນບຸກຄົນນີ້.