(vovworld) – ອະດີດຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (ຫຼື IAEA), ທ່ານ Mohamed El Baradei ຫາກໍປະກາດສ້າງຕັ້ງພັກການເມືອງໃໝ່ ເພື່ອແນໃສ່ຊຸກຍູ້ວິວັດການມອບໂອນປະຊາທິປະໄຕຢູ່ ອີຢິບ. ກ່າວຄຳເຫັນຕໍ່ວົງການນັກຂ່າວເມືອວັນທີ 28/4, ທ່ານ El Baradei ຢືນຢັນວ່າ, ເລື່ອງສ້າງຕັ້ງພັກ ລັດຖະທຳມະນູນແມ່ນເພື່ອແນໃສ່ສ້າງສາຄືນພື້ນຖານປະຊາທິປະໄຕແຫ່ງຊາດ ອີຢິບ. ທ່ານ El Baradei ກໍ່ໃຫ້ຮູ້ວ່າ: ພັກລັດຖະທຳມະນູນຂອງທ່ານຈະເຄື່ອນໄຫວຕາມທິດທາງນິຍົມຄວາມສະຫງົບເຖິງວ່າຍັງບໍ່ໄດ້ຈົດທະບຽນຢ່າງເປັນທາງການກໍ່ຕາມ, ແຕ່ວ່າພັກນີ້ໄດ້ກ້າວເຂົ້າສູ່ການເຄື່ອນໄຫວໃນ 2 ຫຼື 3 ເດືອນຈະມາເຖິງ. ກ່ອນໜ້ານັ້ນ, ວັນທີ 14/1 ຜ່ານມາ, ທ່ານ El Baradei ໄດ້ຖະແຫຼງວ່າຈະບໍ່ອອກສະໝັກຮັບເລືອກຕັ້ງປະທານາທິບໍດີ ອີຢິບ, ຄາດວ່າຈະດຳເນີນໃນເດືອນ 5 ຈະມາເຖິງ.