ສ້າງເຄືອຂ່າຍນັກຊ່ຽວຊານຊາວຫວຽດນາມອາໄສຢູ່ຕ່າງປະເທດ
ສ້າງເຄືອຂ່າຍນັກຊ່ຽວຊານຊາວຫວຽດນາມອາໄສຢູ່ຕ່າງປະເທດ
(ພາບ: vietq.vn)
(vovworld) - ກອງປະຊຸມສຳມະນາ “ສ້າງເຄືອຂ່າຍນັກຊ່ຽວຊານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ” ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີຈັດຕັ້ງ, ຖືກດຳເນີນໃນວັນທີ 24/06 ຢູ່ແຂວງກວາງນິງ. ກອງປະຊຸມສຳມະນາໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກວ່າ 70 ທ່ານເຊິ່ງແມ່ນການນຳວິທະຍາສາດ ແລະ ເຕັກໂນໂລຊີ, ບັນດານັກຊ່ຽວຊານສາກົນ ແລະ ຊາວຫວຽດນາມ ອາໄສຢູ່ອາເມລິກາ, ຍີ່ປຸນ, ຝລັ່ງ, ອັງກິດ, ອົດສຕາລີ… ທີ່ກອງປະຊຸມສຳມະນາ, ທ່ານ ເຈີນດັກຮ໋ຽນ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ) ຖືວ່າ: ເພື່ອດຶງດູດ ແລະ ເສີມຂະຫຍາຍບົດບາດຂອງເຄືອຂ່າຍນັກຊ່ຽວຊານດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ ຕ້ອງກຳນົດບັນດາຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີບຸລິມະສິດຈຳເປັນຕ້ອງດຶງດູດນັກຊ່ຽວຊານ; ສ້າງມາດຖານຂອງນັກຊ່ຽວຊານທີ່ຕ້ອງການດຶງດູດໃນແຕ່ລະຂົງເຂດ.
ກອງປະຊຸມສຳມະນາມີຄວາມໝາຍສຳຄັນທີສຸດໃນການເຊື່ອມຕໍ່ບັນດານັກວິທະຍາສາດ, ນັກປັນຍາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ບັນດາຄຳແບ່ງປັນ, ຄຳເຫັນປະກອບ ພ້ອມກັບການປຶກສາຫາລືທີ່ກອງປະສຸມສຳມະນາ ຈະແມ່ນຫຼັກຖານເພື່ອໃຫ້ນັກວາງແຜນນະໂຍບາຍຫວຽດນາມ ປັບປຸງກົນໄກ, ນະໂຍບາຍດຶງດູດປັນຍາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ນັກຊ່ຽວຊານຊາວຫວຽດນາມ ເກັ່ງກັບຄືນເມືອປະເທດເພື່ອເຮັດວຽກ.