ສ້າງແຜນຮ່າງອຳນາດການປົກຄອງຕົວເມືອງຢູ່ ນະຄອນດ່ານັ້ງ

ສ້າງແຜນຮ່າງອຳນາດການປົກຄອງຕົວເມືອງຢູ່ ນະຄອນດ່ານັ້ງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ເຮັດ​ວຽກ​ກັບ​ການ​ນຳ​ນະຄອນ​ດ່າ​ນັ້ງ
(ພາບ: baomoi.com)


(vovworld) - ຕອນ​ເຊົ້າ​ວັນ​ທີ 21/02, ຢູ່​ດ່າ​ນັ້ງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເປັນ​ປະທານ​ການ​ເຮັດ​ວຽກ​ກັບ​ການ​ນຳ​ບາງ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ກ່ຽວ​ກັບແຜນ​ຮ່າງ​ອຳນາດ​ການ​ປົກຄອງ​​ຕົວ​ເມືອງ​ຂອງ​ນະຄອນ​ດ່າ​ນັ້ງ. ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​​ແຈ້ງ​ທັດສະນະ​ປ່ຽນ​ໃໝ່​ການຈັດ​ຕັ້ງ​ການ​​ເຄື່​ອນ​ໄຫວ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ.

   “​ໃນ​ລັດຖະທຳ​ມະນູນ​ປີ 2013 ທີ່ຫາ​ກໍ່​ໄດ້ຮັບ​ການ​ປັບປຸງ, ​ເພີ່ມ​ເຕີ່​ມ, ປະກາດ​ໃຊ້ນັ້ນ ​ໄດ້​ເຫັນ​ດີ​ເລື່ອງ​ຢູ່​ຫວຽດນາມ ມີ​ອຳນາດ​ການ​ປົກຄອງ​ຕົວ​ເມືອງ ​ແລະ ອຳນາດ​ການ​ປົກຄອງ​ຊົນນະບົດ. ກົມ​ການ​ເມືອງ​ກໍ່​ເຫັນ​ດີ​ສ້າງນະຄອນ​ໂຮ່ຈິ​ມິນ ​ແລະ ນະຄອນ​ດ່າ​ນັ້ງ ​​ເປັນ 2 ຫົວໜ່ວຍ​ ປະຕິບັດທົດ​ລອງ​ອຳນາດ​ການ​ປົກຄອງ​ເຂດ​ຕົວ​ເມືອງ​ຂອງ​ທົ່ວ​ປະ​ເທດ. ​ແລະ​ນີ້​ກໍ່​ແມ່ນ 2 ຫົວໜ່ວຍ​ບໍລິຫານ​ຂອງ​ທົ່ວປະ​ເທດ​ໄດ້ຮັບ​ການ​ປະຕິບັດທົດ​ລອງ​ບໍ່​ຈັດ​ຕັ້ງສະພາ​ປະຊາຊົນ​ຂັ້ນ​ເມືອງ,​ ຂັ້ນ​ຕາ​ແສງ, ໃນ​ໄລຍະ 2 ປີຜ່ານມາ”.

   ​ແຜນ​ຮ່າງ​ອຳນາດ​ການ​ປົກຄອງ​ຕົວ​ເມືອງ​ດ່າ​ນັ້ງ ຮັບປະກັນ​ແກ້​ໄຂ​ບັນດາບັນຫາ​ໃຫຍ່​ຂອງ​ເຂດ​ຕົວ​ເມືອງ​ພິ​ເສດ, ​ເສີມ​ຂະຫຍາ​ຍທີ່​ຕັ້ງ, ບົດບາດ​ຂອງ​ນະຄອນ​ສຳລັບ​ພາກ​ກາງ ​ແລະ ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ