ທ່ານ ຫງວຽນດັງຕ້ຽນ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມອບ ຫຼຽນໄຊແຮງງານຊັ້ນ 2 ໃຫ້ແກ່ ສຳນັກງານ
ປະຈຳ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ
|
(vovworld)- ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ ສຳນັກງານຂອງວິທະຍຸກະຈາຍສຽງຫວຽດນາມປະຈຳ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມຢູ່ແຂວງ ເກີນເທີ ເມື່ອຕອນເຊົ້າ ວັນທີ 6/12, ທ່ານ ຫງວຽນດັງຕ້ຽນ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ຕີລາຄາສູງຜົນງານຂອງໝູ່ພະນັກງານ, ນັກຂ່າວ, ກຳມະກອນຂອງສຳນັກງານປະຈຳ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ພ້ອມທັງໃຫ້ການຊີ້ນຳ ການປ່ຽນໃໝ່ວິທີການໃຫ້ຂ່າວຢ່າງທັນການ ແລະ ດູດດື່ມສຳລັບທຸກໆປະເພດ ສື່ມວນຊົນ. ທ່ານ ຫງວຽນດັງຕ້ຽນ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ກ່າວວ່າ :
“ ສຳນັກງານຂອງວິທະຍຸກະຈາຍສຽງຫວຽດນາມປະຈຳ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມຄວນປະຕິບັດບົດບາດແມ່ນຜູ້ຕາງໜ້າຂອງຕົນຢູ່ເຂດນີ້ເປັນຢ່າງດີກ່ວາອີກ, ສ້າງສາຍພົວພັນຢ່າງສະໜິດແໜ້ນກັບບັນດາແຂວງ, ນະຄອນ, ບັນດາພາກສ່ວນຂອງວິທະຍຸຕັ້ງຢູ່ເຂດທາງຕາເວັນຕົກພາກໃຕ້. ພ້ອມກັນນັ້ນ ກໍສົມທົບກັບບັນດາສະຖານີວິທະຍຸກະຈາຍສຽງ-ໂທລະພາບ ໃນເຂດຢ່າງແໜ້ນແຟ້ນ, ພິເສດແມ່ນປະຕິບັດແຜນການ ແລະ ໜ້າທີ່ໂຄສະນາເຜີຍແຜ່ຂອງຄະນະຊີ້ນຳ ເຂດທາງຕາເວັນຕົກພາກໃຕ້ ແລະ ສັນຍາທີ່ໄດ້ລົງນາມລະຫວ່າງວິທະຍຸກະຈາຍສຽງຫວຽດນາມ ກັບທະຫານເຂດ 9 ເປັນຢ່າງດີ ”
ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານ ຫງວຽນດັງຕ້ຽນ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ໄດ້ມອບຫຼຽນໄຊແຮງງານ ຊັ້ນ 1 ໃຫ້ແກ່ພະແນກ ຂະແມ ແລະ ຫຼຽນໄຊແຮງງານຊັ້ນ 2 ໃຫ້ແກ່ ສຳນັກງານຂອງວິທະຍຸກະຈາຍສຽງຫວຽດນາມປະຈຳ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ.