(vovworld) - ສ.ເກົາຫຼີ ໄດ້ອອກສຽງຕຳນິຕິຕຽນ ສປປ. ເກົາຫຼີ ໂຈະການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນໃນປາງສົງຄາມເກົາຫຼີ (1950 - 1953) ພຽງຝ່າຍດຽວ. ທີ່ການປະຊຸມຂ່າວ, ໂຄສົກກະຊວງທ້ອນໂຮມປະເທດເປັນເອກະພາບສ.ເກົາຫຼີ Kim Eyi Do ໄດ້ສະແດງວ່າ “ສ.ເກົາຫຼີ ເສຍດາຍຕໍ່ເລື່ອງສປປ.ເກົາຫຼີ ໂຈະການເຕົ້າໂຮມພຽງຝ່າຍດຽວເຊິ່ງໄດ້ຮັບການກະກຽມບົນຈິດໃຈມະນຸດສະທຳ”. ການເຕົ້າໂຮມຄາດວ່າ ຈະຈັດຕັ້ງເປັນເວລາ 6 ວັນ, ນັບແຕ່ວັນທີ 25 ກັນຍາ, ຢູ່ເຂດທ່ອງທ່ຽວພູ Kumgang. ແຕ່ໃນແຈ້ງການເມື່ອວັນທີ 21 ກັນຍາ, ຄະນະກຳມະການເອກະພາບສັນຕິພາບສປປ.ເກົາຫີຼ, ຊີ້ແຈ້ງວ່າ ພຽງຢາງ ຈະໂຈະເຫດການດັ່ງກ່າວຊົ່ງຄາວຈົນຮອດເວລາທີ່ການພົວພັນລະຫວ່າງ 2 ພາກເກົາຫຼີ ເປັນປົກກະຕິ. ຄະນະກຳມະການດັ່ງກ່າວກໍໃຫ້ຮູ້ວ່າ ສປປ.ເກົາຫຼີ ຈະຖອນອອກການເຈລະຈາຂັ້ນນັກວິຊາການກັບສ.ເກົາຫຼີ ຕາມແຜນການທີ່ໄດ້ວາງອອກ ໃນວັນທີ 02 ຕຸລາ ກ່ຽວກັບການເຊື່ອມຕໍ່ລາຍການທ່ອງທ່ຽວພູ Kumgang.