ຫຼວງພໍ່ອາເມລິກາຕີລາຄາສູງນະໂຍບາຍເຊືອຖືສາສະໜາຂອງຫວຽດນາມ
(ຫຼວງພໍ່ອາເມລິກາຕີລາຄາສູງນະໂຍບາຍ
ເຊືອຖືສາສະໜາຂອງຫວຽດນາມ)
(vovworld) - ໃນຂອບເຂດການຢ້ຽມຢາມອາເມລິກາ ຫວ່າງແລ້ວນີ້ຂອງຄະນະປະຕິບັດງານຄະນະກຳມະການສາສະໜາລັດຖະບານ, ໂດຍທ່ານຮອງຫົວໜ້າຄະນະ ບຸຍແທງຮ່າ ນຳໜ້າ, ໄດ້ຈັດຕັ້ງການໂອ້ລົມສົນທະນາກັບຜູ້ຕາງໜ້າບັນດາອົງການສາສະໜາຂອງອາເມລິກາ ກ່ຽວກັບສະພາບການດ້ານສາສະໜາ, ຜົນງານ ກໍຄືນະໂຍບາຍທາງສາສະໜາຢູ່ຫວຽດນາມ. ທີ່ການໂອ້ລົມສົນທະນາ, ທ່ານ ບຸຍແທງຮ່າ ໄດ້ຕອບບັນດາຄຳຖາມຂອງບັນດາຜູ້ແທນອາເມລິກາ ກ່ຽວກັບສະພາບເຫຼືອໃຊສາສະໜາຢູ່ຫວຽດນາມ, ກໍຄືບັນດາຜົນງານ ແລະ ນະໂຍບາຍ ສາສະໜາຢູ່ຫວຽດນາມ.
“ພວກຂ້າພະເຈົ້າໄດ້ຈັດບັນດາການໂອ້ລົມສົນທະນາແລກປ່ຽນກັບບັນດາອົງການສາສະໜາຂອງອາເມລິກາ ກໍຄືຄະນະກຳມະການເສລີທາງສາສະໜາກະຊວງການຕ່າງປະເທດ ແລະ ສະມາຊິກສະພາສູງ, ສະມາຊິກສະພາຕ່ຳຢູ່ອາເມລິກາ ຈຳນວນໜຶ່ງ. ຜ່ານນັ້ນເພື່ອເຂົ້າໃຈແຈ້ງກ່ຽວກັບສະພາບການສາສະໜາ ແລະ ນະໂຍບາຍດ້ານສາສະໜາຢູ່ຫວຽດນາມ. ສິ່ງນີ້ຈະຊ່ວຍແກ້ໄຂຂໍ້ຕິດຂັດທີ່ກ່ຽວຂ້ອງເຖິງບັນຫາເສລີທາງດ້ານສາສະໜາຢູ່ຫວຽດນາມ.”
Bob Roberts, ຫຼວງພໍ່ຂັ້ນສູງຂອງສະມາຄົມສາສະໜາໂປແຕັກຕັງ Northwood, ຢືນຢັນວ່າ.
“ບັນດາສາສະໜາຢູ່ຫວຽດນາມ ລ້ວນແຕ່ພວມໄດ້ຮັບການພັດທະນາ. ຂ້າພະເຈົ້າເຫັນວ່າ, ລັດຖະບານຫວຽດນາມ ພວມສ້າງເງື່ອນໄຂເພື່ອໃຫ້ປະຊາຊົນໄດ້ດຳເນີນຊີວິດທາງສາສະໜາຂອງຕົນ. ຫວຽດນາມ ແມ່ນປະເທດເຄົາລົບສາສະໜາ ຍ້ອນພວກເພື່ອນເຄົາລົບນັບຖືບັນພະບຸລຸດ, ສາສະໜາພຸດ, ສາສະໜາກາໂຕນິກ. ຂ້າພະເຈົ້າຄິດວ່າ, ຮ່າງກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ ຂອງພວກເພື່ອນແມ່ນບາດກ້າວຕັ້ງໜ້າ ແລະ ຖືກທິດ”.