ຫວຽດນາມຄວນເພີ່ມກຳລັງຄວາມສາມາດຕ້ານໂລກລະບາດໃນອະນາຄົດ
(VOVWORLD) -ຕອນເຊົ້າວັນທີ 26 ສິງຫາ, ຢູ່ສຳນັກງານລັດຖະບານ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕ້ອນຮັບທ່ານນາງ Caitlin Weisen ຜູ້ຕາງໜ້າ ອົງການພັດທະນາຂອງ ສປຊ (UNDP) ປະຈຳ ຫວຽດນາມ, ມາເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕ້ອນຮັບທ່ານນາງ Caitlin Weisen ຜູ້ຕາງໜ້າ ອົງການພັດທະນາຂອງ ສປຊ (UNDP) ປະຈຳ ຫວຽດນາມ (ພາບ: baochinhphu.vn) |
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມຢັ້ງຢືນວ່າ, ລັດຖະບານ ຫວຽດນາມ ຕີລາຄາສູງ ຕໍ່ບົດບາດຂອງອົງການ UNDP ເວົ້າລວມ, ໃນນາມສ່ວນຕົວທ່ານນາງ Caitlin Weisen ໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນໄລຍະເກີດພະຍາດໂຄວິດ - 19. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ອົງການ UNDP ສົມທົບກັບອົງການອະນາໄມໂລກ WHO ແລະ ບັນດາຄູ່ຮ່ວມມືສາກົນອື່ນ ເພີ່ມທະວີການໜູນຊ່ວຍທາງດ້ານ ພື້ນຖານສາທາລະນະສຸກ, ການແພດປ້ອງກັນ, ຊ່ວຍຫວຽດນາມ ເພີ່ມຄວາມສາມາດຮັບມືກັບໂລກລະບາດທີ່ຈະເກີດຂຶ້ນໃນອະນາຄົດ. ທ່ານນາງ Caitlin Weisen ໄດ້ແບ່ງປັນຄວາມຊົງຈຳ, ອາລົມຈິດຄວາມຮັກແພງຫຼາຍຢ່າງ ໃນໄລຍະທີ່ເຮັດວຽກຢູ່ ຫວຽດນາມ, ທ່ານນາງຢັ້ງຢືນວ່າ ຈະສືບຕໍ່ມີການປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນ, ມີຄວາມໝາຍເຂົ້າໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ UNDP ໃນຂອບເຂດໂຄງການລະດັບຊາດ ລະຫວ່າງ ຫວຽດນາມ - UNDP ໄລຍະ 2022 – 2026.