ການປຸງແຕ່ງໝາກໝ່ວງຫິມະພານ
(ພາບ: Vũ Sinh/TTXVN) |
(vovworld) – ທ່ານ Roberto Azevedo, ຜູ້ອຳນວຍການອົງການການຄ້າໂລກ ຫາກໍ່ປະກາດບົດລາຍງານ “ການຄ້າໂລກປີ 2015 ແລະ ແງ່ຫວັງໃນປີ 2016”, ໂດຍໃຫ້ຮູ້ວ່າ: ໃນຈຳນວນ 30 ພື້ນຖານເສດຖະກິດສົ່ງອອກ - ນຳເຂົ້າແຖວໜ້າຂອງ WTO, ຫວຽດນາມ ເປັນປະເທດໜຶ່ງດຽວບັນລຸລະດັບເຕີບໂຕສົ່ງອອກ - ນຳເຂົ້າທີ່ໜ້າຊື່ນຊົມໃນປີ 2015. ບົດລາຍງານຂອງ WTO ກໍ່ໃຫ້ຮູ້ວ່າ: ວົງເງິນສົ່ງອອກຂອງ ຫວຽດນາມ ໃນປີ 2015 ໄດ້ເພີ່ມຂຶ້ນ 7,9% ບັນລຸ 162 ຕື້ USD, ໃນຂະນະທີ່ວົງເງິນນຳເຂົ້າເພີ່ມຂຶ້ນ 12,3%, ບັນລຸ 166 ຕື້ USD. ຕາມບົດລາຍງານດັ່ງກ່າວແລ້ວ, ໃນຂະນະທີ່ບັນດາປະເທດສົ່ງອອກໃຫຍ່ຄື: ຈີນ, ຕວກກີ ແລະ ອີຕາລີ ມີມຸນຄ່າສິນຄ້າຂົນສົ່ງທາງທະເລຫລຸດລົງນັ້ນ, ແຕ່ຢູ່ບັນດາປະເທດ ອາຊີ, ໃນນັ້ນມີ ຫວຽດນາມ, ບັງກະລາເດສ, ກຳປູເຈຍ ແລະ ມຽນມາ ໄດ້ບັນລຸລະດັບເພີ່ມຂຶ້ນພໍສົມຄວນ. ເຖິງຢ່າງໃດກໍຕາມ, ເພື່ອພິຈາລະນາສັງລວມແລ້ວ, ບົດລາຍງານຂອງ WTO ໄດ້ວາດພາບເຖິງດ້ານການຄ້າທົ່ວໂລກໃນປີ 2015 ແມ່ນຊັກຊ້າພໍສົມຄວນດ້ວຍມຸນຄ່າການຄ້າໃນທົ່ວໂລກຫລຸດລົງ 13,2%, ລົງເຫຼືອພຽງ 16.500 ຕື້USD.