ຫວຽດ​ນາມ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ເປີດກວ້າງ​ການ​ພົວ​ພັນ​ກັບ ອາ​ເມ​ລິ​ກາ ໃນຫຼາຍ​ຂົງ​ເຂດ

(VOVWORLD) - ທີ່ການຕ້ອນຮັບ, ທ່ານປະທານປະເທດໄດ້ສົ່ງຄຳຂອບໃຈໄປຍັງລັດຖະບານ ອາເມລິກາ ແລະ ສະຖານທູດອາເມລິກາ ທີໄດ້ໜູນຊ່ວຍເງິນກ່ວາ 2 ລ້ານ USD ໃຫ້ແກ່ບັນດາທ້ອງຖິ່ນ ຫວຽດນາມ ຖືກຜົນເສຍຫາຍໂດຍໄພທຳມະຊາດກໍ່ຂຶ້ນໃນປີຜ່ານມາ. 
ຫວຽດ​ນາມ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ເປີດກວ້າງ​ການ​ພົວ​ພັນ​ກັບ ອາ​ເມ​ລິ​ກາ ໃນຫຼາຍ​ຂົງ​ເຂດ - ảnh 1ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ແລະ ທ່ານເອກອັກຄະລັດຖະທູດ ອາເມລິກາ Marc Knapper (ພາບ: VOV)

ຕອນບ່າຍວັນທີ 12 ມັງກອນຢູ່ຮ່າໂນ້ຍ,  ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ  ປະຈຳ ຫວຽດນາມ Marc Knapper ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ໄດ້ອວຍພອນທ່ານເອກອັກຄະລັດຖະທູດ ທີ່ສິ້ນສຸດການປະຕິບັດງານຢູ່ ຫວຽດນາມຢ່າງຈົບງາມດ້ວຍຫຼາຍຜົນງານທີ່ພົ້ນເດັ່ນ.

ທີ່ການຕ້ອນຮັບ, ທ່ານປະທານປະເທດໄດ້ສົ່ງຄຳຂອບໃຈໄປຍັງລັດຖະບານ ອາເມລິກາ ແລະ ສະຖານທູດອາເມລິກາ ທີໄດ້ໜູນຊ່ວຍເງິນກ່ວາ 2 ລ້ານ USD ໃຫ້ແກ່ບັນດາທ້ອງຖິ່ນ ຫວຽດນາມ ຖືກຜົນເສຍຫາຍໂດຍໄພທຳມະຊາດກໍ່ຂຶ້ນໃນປີຜ່ານມາ. ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນ ຫຼາຍຝ່າຍ, ຫຼາຍຮູບແບບ, ເປັນເພື່ອນມິດ, ຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ ແລະ ສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ.

ສ່ວນທ່ານເອກອັກະຄະລັດຖະທູດ Marc Knapper ເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ຈະມີການພັດທະນາເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ສືບຕໍ່ເປັນແບບຢ່າງໃນການພົວພັນສາກົນ ກ່ຽວກັບການປ່ອງດ່ອງ, ປະອະດີດ, ມຸ່ງໄປເຖິງອະນາຄົດ. ທ່ານ Marc Knapper ຢັ້ງຢືນວ່າ ເຖິງວ່າ ຢູ່ຕຳແໜ່ງໃດກໍ່ຕາມທ່ານກໍ່ຈະສືບຕໍ່ປະກອບສ່ວນໃຫ້ແກ່ການພົວພັນສອງປະເທດພັດທະນາຢ່າງເລິກເຊິ່ງກວ້າງຂວາງ ໃນຂອບເຂດດ້ານສອງຝ່າຍ, ພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ