(ພາບ:daibieunhandan.vn)
( vovworld ) – ບົດລາຍງານຄະນະກຳມະການປະສານງານລວມກ່ຽວກັບເຂດສາມຫຼ່ຽມພັດທະນາ ແລະ ສະພາບການຮ່ວມມືລະຫວ່າງ 3 ກຳມາທິການການຕ່າງປະເທດຫວຽດນາມ-ລາວ-ກຳປູເຈຍ ໃນການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ ແມ່ນ 1 ໃນບັນດາເນື້ອໃນໄດ້ຮັບການປຶກສາຫາລືໃນຂອບເຂດກອງປະຊຸມຄັ້ງທີ 4 ກຳມາທິການການຕ່າງປະເທດສະພາແຫ່ງຊາດສາມປະເທດຫວຽດນາມ-ລາວ-ກຳປູເຈຍ ກ່ຽວກັບ “ບົດບາດຂອງສະພາແຫ່ງຊາດໃນການຊ່ວຍເຂດສາມຫຼ່ຽມພັດທະນາ “ ທີ່ພວມດຳເນີນໄປຢູ່ແຂວງເງະອານແຕ່ວັນທີ 1-4/8/2012. ກ່າວຄຳເຫັນທີ່ວາລະປຶກສາຫາລືໃນວັນທີ 3/8, ທ່ານ Dao Quang Thu ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນຫວຽດນາມ ຖືວ່າ: ຄວນສຸມໃສ່ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງລາວ ແລະ ກຳປູເຈຍ ຄື: ທີ່ດິນ, ກາລະໂອກາດສຳພັດກັບຕະຫຼາດຂອງປະເທດທີ 3, ແຮ່ທາດ, ໄຟຟ້ານ້ຳຕົກ…ພ້ອມກັນນັ້ນເລືອກເອົາບັນດາຂົງເຂດແມ່ນທ່າແຮງຂອງຫວຽດນາມ ເພື່ອຮ່ວມມືໃຫ້ມີປະສິດທິຜົນ ແລະ ແທດຈິງ. ໄປຄຽງຄູ່ກັບການຮ່ວມມືພັດທະນາດ້ານເສດຖະກິດ, ເຂດສາມຫຼ່ຽມພັດທະນາຕ້ອງຕິດພັນການຮ່ວມມືພັດທະນາດ້ານເສດຖະກິດກັບການປົກປັກຮັກສາສິ່ງແວດລ້ອມ, ຂຸດຄົ້ນແຫຼ່ງຊັບພະຍາກອນທຳມະນຊາດຢ່າງເໝາະສົມ, ພັດທະນາແບບຍືນຍົງ. ກ່ຽວກັບການເພີ່ມທະວີການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ທ່ານ Nguyen Tien Manh ຮອງປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ສະເໜີວ່າບັນດາຂໍ້ສະເໜີການຮ່ວມມືລະຫວ່າງສາມສະພາແຫ່ງຊາດໃນການປະຕິບັດບັນດາຄຳໝັ້ນສັນຍາໃນພາກພື້ນ ແລະ ສາກົນໃນຫຼາຍຂົງເຂດ, ສົມທົບກັນຈັດບັນດາການເຄື່ອນໄຫວໃນຂອບເຂດເວທີປາໄສຫຼາຍຝ່າຍໃນພາກພື້ນ ແລະ ສາກົນ. ກຳມາທິການການຕ່າງປະເທດສາມປະເທດ ສົມທົບກັນປະຕິບັດກົນໄກແລກປ່ຽນປະຈຳປີ ເພື່ອແນໃສ່ຮັບຂ່າວສະພາບການພາກພື້ນ ແລະ ສາກົນ, ແບ່ງປັນບົດຮຽນການເຄື່ອນໄຫວ ແລະ ຂໍ້ສະເໜີທິດທາງເຄືອ່ນໄຫວໃນບາງຂົງເຂດທີ່ສາມປະເທດ ຫວຽດນາມ-ລາວ-ກຳປູເຈຍ ມີຄວາມສົນໃຈລວມ, ສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ການພົວພັນອັນເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມື.