ຄະນະນັກກິລາຫວຽດນາມທີ່ຊີເກັມ 28
(ພາບ: thethaovanhoa.vn)
(vovworld) - ພິທີສະຫຼຸບຂອງຄະນະນັກກິລາຫວຽດນາມ ທີ່ເຂົ້າຮ່ວມ ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 28 (ຊີເກັມ 28) ໄດ້ດຳເນີນໃນຕອນຄຳ່ວັນທີ 24/6, ຢູ່ຮ່າໂນ້ຍ. ຄະນະນັກກິລາຫວຽດນາມ ເຂົ້າຮ່ວມຊີເກັມ 28 ດ້ວຍນັກກິລາເກືອບ 400 ຄົນ ແລະ ຄວຳ້ຫຼຽນທຸກປະເພດໄດ້ 186 ຫຼຽນ, ໃນນັ້ນມີ 73 ຫຼຽນຄຳ, ຖືກຈັດອັນດັບ 3 ທົ່ວຄະນະ. ບັນດານັກກິລາຫວຽດນາມ ທຳລາຍສະຖິຕິຊີເກັມໄດ້ 13 ສະຖິຕິ, ໃນນັ້ນມີກລາໂອລີມປີກຫຼາຍປະເພດ… ກ່າວຄວາມເຫັນນະພິທີ, ທ່ານລັດຖະມົນຕີວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່ວາງຕ໋ວນແງ, ເນັ້ນໜັກວ່າ:
“ເຖິງວ່າໄດ້ມີຄວາມກ້າວໜ້າຫຼາຍຢ່າງ, ສ້າງໄດ້ຫຼາຍສະຖິຕິ, ຍາດຫຼຽນຄຳທີ່ຊີເກັມໄດ້ຫຼາຍຫຼຽນກໍ່ຕາມ, ແຕ່ບັນດາຜົນງານທີ່ຫວຽດນາມບັນລຸໄດ້ນັ້ນຍັງຕຳ່ຢູ່, ເມື່ອທຽບໃສ່ຜົນງານຂອງອາຊີ ແລະ ໂລກ. ຍ້ອນເຫດນັ້ນ, ຂ້າພະເຈົ້າຫວັງວ່າພະນັກງານ, ຄູເຝິກ, ນັກກິລາທັງໝົດຂອງຂະແໜງກິລາກາຍະກຳຫວຽດນາມ ຕ້ອງຍົກສູງນຳ້ໃຈບໍລິສຸດ, ອອກແຮງຫຼໍ່ຫຼອມ ແລະ ແຂ່ງຂັນ, ເພື່ອຍາດໄດ້ຜົນງານສູງກວ່າຢູ່ງານມະຫາກຳກິລາຊີເກັມ, ອາຊີອາດ, ໂອລິມປິກ ທີ່ຈະມາເຖິງ, ເພື່ອໃຫ້ຫວຽດນາມ ພັດທະນາຂຶ້ນສູ່ລະດັບສູງໃໝ່“.