ຫວຽດນາມສືບຕໍ່ສະຫງວນແຫລ່ງກຳລັງເພື່ອຍູ້ແຮງການເຄື່ອນໄຫວປ້ອງກັນ,ຕ້ານHIV/AIDS
ທ່ານ Michel Sidibe ຮອງເລຂາທິການໃຫຍ່ ສປຊ
photo:internet
|
(vovworld)- ຕອນເຊົ້າວັນທີ 25/10, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ ໄດ້ຕ້ອນຮັບທ່ານ Michel Sidibe, ຮອງເລຂາທິການໃຫຍ່ ສປຊ ພວມຢ້ຽມຢາມຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ຂອບອົກຂອບໃຈ UNAIDS ທີ່ໄດ້ຮ່ວມມື ແລະ ຫນູນຊ່ວຍຫວຽດນາມ ໃນກິດຈະການປ້ອງກັນ,ຕ້ານ HIV/AIDS ໃນໄລຍະຜ່ານມາຢ່າງມີປະສິດທິຜົນ. ພ້ອມທັງໃຫ້ຮູ້ວ່າ :ສະພາແຫ່ງຊາດຫວຽດນາມ ໄດ້ສ້າງກົດໝາຍປ້ອງກັນ, ຕ້ານ HIV/AIDS, ສ້າງພື້ນຖານດ້ານກົດໝາຍສຳຄັນໃຫ້ແກ່ການຜັນຂະຫຍາຍ ບັນດາການແຊກແຊງປ້ອງກັນ, ຕ້ານ HIV/AIDS ຢ່າງແຮງ. ທ່ານ Michel Sidibe, ຮອງເລຂາທິການໃຫຍ່ ສປຊ ຖືວ່າ: ຫວຽດນາມ ພວມບັນລຸຫລາຍໝາກຜົນໃນການ ປ້ອງກັນ ຕ້ານ HIV/AIDS ແລະ ຕີລາຄາສູງ ເລື່ອງສະພາແຫ່ງຊາດຫວຽດນາມ ສ້າງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານ HIV/AIDS.