ຫວຽດນາມຮຽກຮ້ອງຝ່າຍຈີນຈົ່ງເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະຮ່ວາງຊາ, ເຈື່ອງຊາ
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ Luong Thanh Nghi
ພາບ: internet
|
(vovworld) - ວັນທີ 11/10, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດການປະຊຸມຂ່າວປະຈຳເດືອນ. ທ່ານ Luong Thanh Nghi ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕອບຄຳຖາມຂອງບັນດານັກຂ່າວຢ່າງເປັນທາງການກ່ຽວກັບບາງກໍລະນີ ໃນໄລຍະຜ່ານມາ, ຝ່າຍຈີນ ໄດ້ມີການເຄື່ອນໄຫວລະເມີດອະທິປະໄຕຂອງ ຫວຽດນາມ ຢູ່ ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຄື: ກໍ່ສ້າງນະຄອນ ຊານຊາ, ຊັກທຸງຊາດໃນໂອກາດສະເຫລີມສະຫລອງວັນຊາດ ຈີນ ຢູ່ ເກາະແຫ່ງຫນຶ່ງທີ່ຂຶ້ນກັບໝູ່ເກາະ ຮ່ວາງຊາ ເມື່ອວັນທີ 1/10, ການຊ້ອມຮົບຂອງກອງເຮືອນານໄຮ່ຂອງ ຈີນ ຢູ່ໝູ່ເກາະຮ່ວາງຊາ ເມື່ອວັນທີ 3/10 ແລະ ສ້າງຕັ້ງຫ້ອງອຸຕຸນິຍົມນະຄອນ ຊານຊາ ເມື່ອວັນທີ 8/10. ໂຄສົກກະຊວງການຕ່າງປະເທດ ຫວຽດນາມ Luong Thanh Nghi ຢືນຢັນວ່າ:
“ບັນດາການເຄື່ີອນໄຫວຂອງຝ່າຍຈີນ ແມ່ນລະເມີດອະທິປະໄຕຂອງ ຫວຽດນາມ ທີ່ມີຕໍ່ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ລະເມີດກົດໝາຍສາກົນ, ລະເມີດຂໍ້ຕົກລົງຫລັກການພື້ນຖານໃນການແກ້ໄຂບັນຫາບົນທະເລລະຫວ່າງ ຫວຽດນາມ ແລະ ຈີນ ຊຶ່ງໄດ້ລົງນາມເມື່ອເດືອນ 10/2011 ແລະ ໄປຝືນກັບເນື້ອໃນຈິດໃຈຂອງຖະແຫລງການກ່ຽວກັບການປະພຶດຂອງແຕ່ລະຝ່າຍຢູ່ທະເລຕາເວັນອອກຊຶ່ງໄດ້ຮັບການລົງນາມລະຫວ່າງ ອາຊຽນ ແລະ ຈີນ ເມື່ອປີ 2012, ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ບັນດາການກະທຳຂອງຈີນ ແມ່ນບໍ່ມີຄຸນຄ່າ. ຫວຽດນາມ ຮຽກຮ້ອງໃຫ້ຝ່າຍຈີນ ຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມ, ບໍ່ໃຫ້ເກີດການເຄື່ອນໄຫວທີ່ຜິດພາດຄືດັ່ງກ່າວ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ຈີນ ກໍຄືຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ທະເລຕາເວັນອອກ.