ຫວຽດນາມເຂົ້າຮ່ວມກອງປະຊຸມຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການປົກປ້ອງ ປະຊາຊົນທີ່ປະສົບກັບໄພອຶດຫິວຍ້ອນການປະທະກັນ
(VOVWORLD) - ວັນທີ 21 ເມສາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍ ປຶກສາຫາລືກ່ຽວກັບການປົກປ້ອງ ປະຊາຊົນທີ່ປະສົບກັບໄພອຶດຫິວຍ້ອນການປະທະກັນ.
ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍ ປຶກສາຫາລືກ່ຽວກັບການປົກປ້ອງ ປະຊາຊົນທີ່ປະສົບກັບໄພອຶດຫິວຍ້ອນການປະທະກັນ (ພາບ: UN) |
ທີ່ກອງປະຊຸມ, ທ່ານ David Beasley ຜູ້ອຳນວຍການຝ່າຍບໍລິຫານໂຄງການສະບຽງອາຫານໂລກ (WFP)ໄດ້ກ່າວເຕືອນຄວາມສ່ຽງທີ່ອາດຈະເກີດໄພອຶດຫິວໃນປີ 2020 ພ້ອມທັງໃຫ້ຮູ້ວ່າໂລກລະບາດ Covid - 19 ຈະເຮັດໃຫ້ ຈຳນວນຜູ້ປະສົບກັບຄວາມສ່ຽງ ຕາຍອຶດ ໃນປີ 2020 ເພີ່ມຂຶ້ນເຖິງ 265 ລ້ານຄົນ.
ແບ່ງປັນຄຳເຫັນກັບຜູ້ຕາງໜ້າບັນດາປະເທດສະມາຊິກ, ທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ, ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສປຊ ແລະ ບັນດາອົງການໃນລະບົບສປຊ ຕ້ອງມານະພະຍາຍາມກ່ວາອີກ ເພື່ອແກ້ໄຂບັນຫາຂອງການປະທະກັນ ແລະ ຂາດຄວາມໝັ້ນຄົງດ້ານສະບຽງອາຫານ, ເປັນຕົ້ນແມ່ນໃນສະພາບທີ່ມີຄວາມສ່ຽງສູງກ່ວາຍ້ອນໂລກລະບາດ Covid – 19 ກໍ່ຂຶ້ນ.