(vovworld) – ວັນທີ 05/11, ກອງປະຊຸມລັດຖະມົນຕີຄົມມະນາຄົມອາຊຽນຄັ້ງທີ 21 (ATM 21) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຖືກໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ. ຄະນະຜູ້ແທນຫວຽດນາມ ໂດຍທ່ານລັດຖະມົນຕີວ່າການກະຊວງຄົມມະນາຄົມ ດິງລາທັງ ນຳໜ້າ ເຂົ້າຮ່ວມກອງປະຊຸມ. ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີມາເລເຊຍ Ahmad Zahid Hamidi ໃຫ້ຮູ້ວ່າ, ຂົງເຂດຄົມມະນາຄົມມີບົດບາດສຳຄັນໃນການຮັບປະກັນໃຫ້ອາຊຽນ ກາຍເປັນກຸ່ມເສດຖະກິດສຳຄັນຂອງໂລກ. ເລື່ອງສ້າງຕັ້ງປະຊາຄົມອາຊຽນຫ ໃນທ້າຍປີ 2015 ຈະແມ່ນຂີດໝາຍສຳຄັນຂອງອາຊຽນ. ເລື່ອງປັບປຸງການເຊື່ອມຕໍ່ ແລະ ລະບົບຄົມມະນາຄົມນັບທັງທາງບົກ, ທາງອາກາດ ແລະ ທາງທະເລໃນພາກພື້ນ ມີບົດບາດພໍສົມຄວນໃນການພັດທະນາຂອງອາຊຽນ, ຊຸກຍູ້ການເຊື່ອມຕໍ່ດ້ານເສດຖະກິດ ແລະ ເພີ່ມລັກສະນະແກ່ງແຍ້ງຂອງບັນດາປະເທດອາຊຽນ.