ການນຳ, ນັກຂ່າວເຂົ້າຮ່ວມຊຸດຝຶກອົບຮົມ
(ພາບ: Mybinh)
|
(vovworld) – “ທັກສະໃນການໃຫ້ຂ່າວໂຄສະນາເຜີຍແຜ່, ໂຄງການຈຸດໝາຍເສດຖະກິດ, ການເມືອງ, ສັງຄົມ” ແມ່ນຫົວຂໍ້ຂອງຊຸດຝຶກອົບຮົມຍົກລະດັບໃຫ້ແກ່ຖັນແຖວນັກຂ່າວຂອງ ສປປ ລາວ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 6/6, ຢູ່ນະຄອນຫຼວງ ວຽງຈັນ. ແຕ່ວັນທີ 5 – 10/5, ນັກຂ່າວລາວ ແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ 42 ຄົນໄດ້ປະກອບບັນດາທັກສະໃນການໃຫ້ຂ່າວ, ຜະລິດບັນດາຜະລິດຕະພັນສື່ມວນຊົນໃນພາຫະນະສື່ສານຕ່າງໆຂອງລາວ. ຕາມບັນດານັກຂ່າວລາວແລ້ວ, ນີ້ແມ່ນຫົວຂໍ້ທີ່ເຂົາເຈົ້າມີຄວາມຕ້ອງການທີ່ສຸດໃຫ້ແກ່ການເຄື່ອນໄຫວອາຊີບ. ແຕ່ປີ 2012 ມາຮອດປະຈຸບັນ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຊ່ວຍເປີດ 11 ຊຸດຝຶກອົບຮົມດ້ານວິຊາການສື່ມວນຊົນດ້ວຍຫຼາຍຫົວຂໍ້ທີ່ແຕກຕ່າງກັນໃຫ້ແກ່ນັກຂ່າວ 400 ຄົນໃນທົ່ວປະເທດ.