ທ່ານ David Shear, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມພ້ອມກັບບັນດາຜູ້ແທນເຂົ້າຮ່ວມພິທີ
ພາບ:baotintuc.vn
|
(vovworld)- ຕອນຄຳ່ວັນທີ 2/7, ສະຖານກົງສູນໃຫຍ່ ອາເມລິກາ ປະຈຳນະຄອນ ໂຮ່ຈິມີນ ຈັດຕັ້ງພິທີສະເຫລີມສະຫລອງ 238 ປີແຫ່ງວັນຊາດ ອາເມລິກາ. ກ່າວຄຳເຫັນນະພິທີ, ທ່ານ David Shear, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ສະແດງຄວາມປະເອີບໃຈກ່ຽວກັບແງ່ຫວັງອະນາຄົດອັນດີງາມຂອງສາຍພົວພັນລະຫວ່າງອາເມລິກາ ແລະ ຫວຽດນາມ ໃນໄລຍະຈະມາເຖິງ. ທ່ານ David Shear ຖືວ່າ: ສາຍພົວພັນລະຫວ່າງສອງປະເທດນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນບັນດາຂົງເຂດຄື: ການຄ້າ,ການລົງທຶນ, ວິທະຍາສາດ ແລະ ສິ່ງແວດລ້ອມ…
ສົ່ງຄຳອວຍພອນເຖິງພິທີສະເຫລີມສະຫລອງດັ່ງກ່າວ, ທ່ານ ເລແມ້ງຮ່າ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມີນ ເນັ້ນຫນັກວ່າ: ສາຍພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ໄດ້ພັດທະນາຢ່າງດີງາມ. ໃນສະພາບການນັ້ນ, ເລື່ອງສຳເລັດການເຈລະຈາ ແລະ ເຊັນສັນຍາຄູ່ຮ່ວມມືເຂດປາຊີຟີກ (TPP) ຈະສ້າງເງື່ອນໄຂເພື່ອຍູ້ແຮງການພົວພັນດ້ານເສດຖະກິດລະຫວ່າງສອງປະເທດກວ່າອີກ. ຫວຽດນາມປາດຖະຫນາວ່າ TPP ຈະແມ່ນສັນຍາຮອບດ້ານ, ມີຄວາມດຸ່ນດ່ຽງ, ເຕື້ອງເຖິງຄວາມເປັນຫລາຍຮູບຫລາຍແບບກ່ຽວກັບລະດັບການພັດທະນາຂອງບັນດາສະມາຊິກ.