ຫວຽດນາມແລະເຢຍລະມັນສະຫນັບສະຫນູນເຊິ່ງກັນແລະກັນທີ່ບັນດາເວທີປາໄສຫລາຍຝ່າຍແລະອົງການຈັດຕັ້ງສາກົນ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ແລະ ທ່ານ Frank Walter Steinmeier ລັດຖະມົນການຕ່າງປະເທດ ເຢຍລະມັນ
ພາບ:TTXVN
|
(vovworld)- ໂດຍໄດ້ຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ, ທ່ານ Frank Walter Steinmeier ລັດຖະມົນການຕ່າງປະເທດ ເຢຍລະມັນ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 30/10 -1/11/2016. ທີ່ການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ແລະ ລັດຖະມົນຕີການຕ່າງປະເທດ ເຢຍລະມັນ Frank Walter Steinmeier ເຫັນດີສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນ ທີ່ບັນດາເວທີປາໄສຫລາຍຝ່າຍ ແລະ ບັນດາອົງການຈັດຕັ້ງສາກົນ. ສອງຝ່າຍໄດ້ປືກສາຫາລື ແລະ ແບ່ງປັນຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປຢ່າງສັບສົນໃນໄລຍະມໍ່ໆມານີ້ຢູ່ທະເລຕາເວັນອອກ ແລະ ເນັ້ນຫນັກວ່າ ຕ້ອງແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຢືນຢັນ: ຫວຽດນາມຍາມໃດກໍຖືເປັນສຳຄັນການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບ ເຢຍລະມັນ. ສອງຝ່າຍໄດ້ເຫັນດີ ຕີລາຄາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ -ເຢຍລະມັນໃນໄລຍະຜ່ານມາໄດ້ພັດທະນາຢ່າງຂະຫຍັນຂັນເຄື່ອນ, ມີປະສິດທິຜົນ.