(vovworld) - ເວທີປາໄສ ຫວຽດນາມ - ອາເມລິກາ ລາຕີນ ກ່ຽວກັບການຄ້າ ແລະ ການລົງທຶນດ້ວຍຫົວຂໍ້ວ່າ “ຫວຽດນາມ - ອາເມລິກາ ລາຕີນ: ຄູ່ຮ່ວມມືການຄ້າ, ການລົງທຶນເພື່ອການພັດທະນາ” ຈະຈັດຂຶ້ນຢູ່ ຮ່າໂນ້ຍໃນລະຫວ່າງວັນທີ 5 - 6/7/2012. ນີ້ແມ່ນຄັ້ງທຳອິດທີ່ເຫດການຊຸກຍູ້ການຄ້າ - ການລົງທຶນລະຫວ່າງ ຫວຽດນາມ ແລະ ອາເມລິກາ ລາຕີນ ດ້ວຍຂອບຂະໜາດໃຫຍ່ໄດ້ຈັດຕັ້ງຂຶ້ນ ແລະ ແມ່ນໜຶ່ງໃນບັນດາເຫດການພົວພັນຕ່າງປະເທດທີ່ສຳຄັນຂອງຫວຽດນາມ ໃນປີ 2012.
ທີ່ການພົບປະກັບວົງການນັກຂ່າວທັງພາຍໃນ ແລະ ຕ່າງປະເທດທີ່ດຳເນີນໄປໃນຕອນບ່າຍວັນທີ 28/6, ທ່ານນາງ Nguyen Phuong Nga, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ:
“ໃນສະພາບການເຊື່ອມໂຍງ ແລະ ເຊື່ອມຕໍ່ເສດຖະກິດສາກົນພວມດຳເນີນໄປຢ່າງແຮງ ຢູ່ທັງພາກພື້ນ ອາຊີ ຕາເວັນອອກ ແລະ ອາເມລິກາ ລາຕີນ, ພ້ອມກັບບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງທີ່ອາດສາມາດເພີ່ມເຕີມໃຫ້ກັນນັ້ນ, ການພົວພັນຮ່ວມມື ດ້ານເສດຖະກິດ ການຄ້າລະຫວ່າງ ຫວຽດນາມ ແລະ ອາເມລີກາ ລາຕີນ ພວມມີກາລະໂອກາດຫຼາຍຢ່າງເພື່ອພັດທະນາແຂງແຮງກ່ວາອີກ. ບົນພື້ນຖານນັ້ນ, ການຈັດຕັ້ງເວທີປາໄສຈະສ້າງເງື່ອນໄຂເພື່ອໃຫ້ບັນດາຄູ່ຮ່ວມມືທີ່ຫ່າງໄກກັນອາດຈະພົບປະ, ແລກປ່ຽນຂໍ້ມູນຂ່າວສານໂດຍກົງ, ຊອກຫາກາລະໂອກາດຮ່ວມມື, ປະກອບສ່ວນເພີ່ມທະວີການພົວພັນການຄ້າການລົງທຶນລະຫວ່າງຫວຽດນາມ ກັບບັນດາປະເທດອາເມລິກາ ລາຕີນ ເຮັດໃຫ້ການພົວພັນດ້ານເສດຖະກິດພັດທະນາສົມກັບສາຍພົວພັນການເມືອງທີ່ດີງາມລະຫວ່າງຫວຽດນາມກັບບັນດາປະເທດໃນພາກພື້ນນີ້, ຕອບສະໜອງຄວາມມຸ່ງມາດປາຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນຫວຽດນາມ ແລະ ປະຊາຊົນບັນດາປະເທດ ອາເມລິກາ ລາຕີນ”