ພາບປະກອບ:internet
|
(vovworld) - ກອງປະຊຸມຂັ້ນສູງບັນດາປະເທດໃຊ້ພາສາຝລັ່ງຄັ້ງທີ 14 ຈະຖືກຂຶ້ນ ຢູ່ ນະຄອນຫລວງ Kinshasa ປະເທດກົງໂກ ແຕ່ວັນທີ 10 - 14/10 ພາຍໃຕ້ຫົວຂໍ້ວ່າ: ພາສາຝລັ່ງ, ສິ່ງທ້າທາຍ ກ່ຽວກັບສິ່ງແວດລ້ອມ, ເສດຖະກິດປະເຊີນຫນ້າກັບການບໍລິຫານທົ່ວໂລກ”. ຫວຽດນາມ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຂອງອົງການໃຊ້ພາສາຝລັ່ງ ຢ່າງຕັ້ງຫນ້າ. ທ່ານເອກອັກຄະລັດຖະທູດ Duong Van Quang ໃຫ້ຮູ້ວ່າ: ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດເຂົ້າຮ່ວມການສ້າງຕັ້ງກຸ່ມປະເທດໃຊ້ພາສາຝລັ່ງໃນປີ 1970 ເມື່ອລົງນາມໃນສົນທິສັນຍາສ້າງຕັ້ງອົງການຮ່ວມມືວັດທະນະທຳ ແລະ ເຕັກນິກ . ຫວຽດນາມ ໄດ້ເຂົ້າຮ່ວມທຸກການເຄື່ອນໄຫວຂອງອົງການໃຊ້ພາສາຝລັ່ງ, ໃນນັ້ນ ມີກອງປະຊຸມຂັ້ນສູງຄັ້ງຕ່າງໆທີ່ໄດ້ຮັບການຈັດຕັ້ງຂຶ້ນແຕ່ປີ 1986 ມາຮອດປະຈຸບັນ. ພິເສດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຂັ້ນສູງບັນດາປະເທດໃຊ້ພາສາຝລັ່ງ ຄັ້ງທີ 7 ເມື່ອປີ 1997 ຢູ່ ນະຄອນຫລວງ ຮ່າໂນ້ຍ ສຳເລັດຜົນ. ຫວ່າງແລ້ວນີ້, ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງຫນ້າເຂົ້າໃນການຮຽບຮຽງເອກະສານ ບັນດາປັດໄຈພາສາຝລັ່ງໃນວິວັດການປະຕິບັດການຮ່ວມມືສາມຝ່າຍ.