ຫວຽດນາມ ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມື ທີ່ສຳຄັນແຖວໜ້າ
(VOVWORLD) - ຫວຽດນາມ ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນແຖວໜ້າ, ປາດຖະໜາຢາກການຮ່ວມມືລະຫວ່າງສອງປະເທດສືບຕໍ່ພັດທະນາຖືກກັບລະດັບຍຸດທະສາດຮອບດ້ານ, ໃນນັ້ນມີການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ ເຕັກໂນໂລຢີ ແລະ ນະວັດຕະກຳ ສືບຕໍ່ແມ່ນກຳລັງໜູນຫຼັກແຫຼ່ງ
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບທ່ານ Scott Strazik ປະທານທັງເປັນຜູ້ອຳນວຍການໃຫຍ່ ຝ່າຍບໍລິຫານກຸ່ມບໍລິສັດ GE Vernova ຂອງອາເມລິກາ (ພາບ: TTXVN) |
ຕອນບ່າຍວັນທີ 9 ມີນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Scott Strazik ປະທານທັງເປັນຜູ້ອຳນວຍການໃຫຍ່ ຝ່າຍບໍລິຫານກຸ່ມບໍລິສັດ GE Vernova ຂອງອາເມລິກາ.
ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນແຖວໜ້າ, ປາດຖະໜາຢາກການຮ່ວມມືລະຫວ່າງສອງປະເທດສືບຕໍ່ພັດທະນາຖືກກັບລະດັບຍຸດທະສາດຮອບດ້ານ, ໃນນັ້ນມີການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ ເຕັກໂນໂລຢີ ແລະ ນະວັດຕະກຳ ສືບຕໍ່ແມ່ນກຳລັງໜູນຫຼັກແຫຼ່ງ, ເປັນຮູບແບບໃຫ້ແກ່ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດໃນການພົວພັນສາກົນ.
ສ່ວນທ່ານ Scott Strazik ປະທານທັງເປັນຜູ້ອຳນວຍການໃຫຍ່ ຝ່າຍບໍລິຫານກຸ່ມບໍລິສັດ GE Vernova ໃຫ້ຮູ້ວ່າກຸ່ມບໍລິສັດເລືອກເອົາ ຫວຽດນາມ ແມ່ນປະເທດອາຊີທຳອິດຈັດກອງປະຊຸມພະລັງງານປະຈຳປີ, ເຕົ້າໂຮມການນຳກວ່າ 100 ທ່ານມາຈາກບັນດາກຸ່ມບໍລິສັດພະລັງງານແຖວໜ້າໂລກ, ຜ່ານນັ້ນເປີດສາກໃຫ້ແກ່ໄລຍະພັດທນະໃໝ່ໃນການຮ່ວມມືຂອງ GE Vernova ກັບ ຫວຽດນາມ ແລະ ພາກພື້ນ. ທ່ານ Scott Strazik ຢັ້ງຢືນວ່າກຸ່ມບໍລິສັດ ຮ່ວມເດີນທາງກັບ ຫວຽດນາມ ບໍ່ພຽງແຕ່ໃນເປົ້າໝາຍຄ້ຳປະກັນຄວາມໝັ້ນຄົງດ້ານພະລັງງານເທົ່ານັ້ນຫາກຍັງໃນວິວັດການຜັນຂະຫຍາຍບັນດາເປົ້າໝາຍພັດທະນາເສດຖະກິດ, ສັງຄົມຂອງ ຫວຽດນາມອີກດ້ວຍ.