ຫວຽດນາມ ພ້ອມກັບ Ukaraina ນຳສາຍພົວພັນ2 ປະເທດຂຶ້ນສູູ່່ລະດັບສູງໃໝ່

ຫວຽດນາມ ພ້ອມກັບ Ukaraina ນຳສາຍພົວພັນ2 ປະເທດຂຶ້ນສູູ່່ລະດັບສູງໃໝ່ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານ ລັດຖະມົນຕີການຕ່າງປະເທດ Ukraina
(ພາບ: nguyentandung.org)

(vovworld) - ຫວຽດນາມ ພ້ອມ​ແລ​້ວທີ່​ຈະ​ພ້ອມ​ກັບ Ukaraina ນຳ​ສາຍ​ພົວພັນລະຫວ່າງ 2 ປະ​ເທດ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ແມ່ນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ Ukaraina ​ກັບ​ບັນດາ​ປະ​ເທດ ອາ​ຊຽນ. ນັ້ນ​ແມ່ນ​ການ​ຢັ້ງຢືນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ​ເມື່ອ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Ukaraina K. Grishenko ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 7/3 ຢູ່​ຮ່າ​ໂນ້ຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເໜີ​ໃຫ້ 2 ຝ່າຍດຳ​ເນີນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ໂດຍ​ໄວ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​​ເພື່ອໃຫ້​ ສິນ​ໃນ​ນ້ຳ​ຫວຽດນາມ ​ສົ່ງເຂົ້າ​ຕະຫຼາດ Ukaraina, ​ເພີ່ມ​ທຶນ​ສຶກສາ​ໃຫ້​ແກ່​ນັກ​ສຶກສາ​ຫວຽດນາມ ​ທີ່ໄປ​ຮ່ຳຮຽນ​ຢູ່ Ukaraina, ສືບ​ຕໍ່​ສ້າງ​ເງື່ອນ​ໄຂສະດວກ​ໃຫ້​ແກ່​ປະຊາ​ຄົມ​ຊາວ​ຫວຽດນາມ ທຳ​ມາຫາ​ກິນ, ຮ່ຳຮຽນ, ດຳລົງ​ຊີວິ​ດຢູ່ Ukaraina.

ຂ່າວ/ບົດ​ອື່ນ