ຫວຽດນາມ ມອບຫຼຽນໄຊມິດຕະພາບໃຫ້ ອະດີດປະທານສານປະຊາຊົນສູງສຸດລາວ

ຫວຽດນາມ ມອບຫຼຽນໄຊມິດຕະພາບໃຫ້ ອະດີດປະທານສານປະຊາຊົນສູງສຸດລາວ - ảnh 1

ຫວຽດນາມ ມອບ​ຫຼຽນ​ໄຊ​ມິດຕະພາບ​ໃຫ້ ອະດີດປະທານ​ສານ​ປະຊາຊົນ​ສູງ​ສຸດ​ລາວ ຄຳ​ມີ ​ໄຊ​ຍະ​ວົງ

(ພາບ: Hoang Chuong)

(vovworld) – ຕອນ​ບ່າຍ​ວັນ​ທີ 15/5, ສານ​ປະຊາຊົນ​ສູງ​ສຸດ​ຫວຽດນາມ ​ໄດ້ມອບ​ຫຼຽນ​​ໄຊ​ມິດ​ຕະພາບ​ຂອງ​ຫວຽດນາມ​ໃຫ້​ແກ່​ທ່ານ ຄຳ​ມີ ​ໄຊ​ຍະ​ວົງ, ອະດີດ​ປະທານ​ສານ​ປະຊາຊົນ​ສູງ​ສຸດ​ລາວ, ຍ້ອນ​​​ໄດ້ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື, ນ້ຳ​ໃຈ​ມິດຕະພາບ​​ແບບ​ພິ​ເສດ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​​ເວົ້າ​ລວມ, ລະຫວ່າງ​ສານ​ປະຊາຊົນ 2 ປະ​ເທ​ດ​ເວົ້າ​ສະ​ເພາະ. ກ່າວ​ຄຳ​ເຫັນ​ນະພິທີ, ທ່ານ​ ຄຳ​ມີ ​ໄຊ​ຍະ​ວົງ ຂໍ​ຂອບ​ອົກ​ຂອບ​ໃຈ​​ພັກ ​ແລະ ລັດ​ຫວຽດນາມ ​ທີ່ໄດ້​ມອບ​​ລາງວັນ​ອັນ​ສູງ​ສົ່ງໃຫ້​ທ່ານ, ຖື​ນີ້​ແມ່ນ​​ແຫຼ່ງ​ລະດົມກຳລັງ​ໃຈອັນ​ໃຫຍ່​ຫຼວງ ບໍ່​ພຽງ​ແຕ່​ສຳລັບ​​ທ່ານ​​​ເອງເທົ່າ​ນັ້ນ ​ຫາກ​ສຳລັບ​ຂະ​ແໜງ​ສານຂອງ​ລາວ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ກັບ​ຂະ​ແໜງ​ສານ​ຫວຽດນາມ​ ​ເວົ້າສະ​ເພາະ ​ແລະ ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ. ທ່ານ ຄຳ​ມີ ​ໄຊ​ຍະ​ວົງ ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ, ສວດ​ສົດ​ງົດ​ງາມ, ຖືກ​ກັບ​ຄວາມ​ມຸ້ງ​ຫວັງ​ຂອງ​ພັກ, ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ