ຫວຽດ​ນາມ ຢຶດ​ໝັ້ນ​ຕໍ່​ເສັ້ນ​ທາງ​ປ່ຽນ​ແປງ​ໃໝ່, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຢ່າງ​ໝັ້ນ​ແກ່ນ

(VOVWORLD) -  ທ່ານ Marcelo Rodriguez ໄດ້ເນັ້ນໜັກເຖິງບົດບາດສຳຄັນພິເສດຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃນການຊີ້ນຳນຳພາຢ່າງຮອບດ້ານພາລະກິດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດໃນຊຸມທົດສະວັດຜ່ານມາ
ຫວຽດ​ນາມ ຢຶດ​ໝັ້ນ​ຕໍ່​ເສັ້ນ​ທາງ​ປ່ຽນ​ແປງ​ໃໝ່, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຢ່າງ​ໝັ້ນ​ແກ່ນ - ảnh 1ທ່ານ Marcelo Rodriguez, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ອາກຊັງຕິນ ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ (ພາບ: TTXVN)

ໃນການຕອບສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ຢູ່ Buenos Aires, ທ່ານ Marcelo Rodriguez, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ອາກຊັງຕິນ ໄດ້ແບ່ງປັນບັນດາການຕີລາຄາຢ່າງເລິກເຊິ່ງກ່ຽວກັບຜົນສຳເລັດອັນພົ້ນເດັ່ນຂອງພັກກອມມູນິດ ຫວຽດນາມ ໃນສະໄໝກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ຫວຽດນາມ ໃນສະພາບການໂລກ ແລະ ພາກພື້ນພວມມີການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ຕີລາຄາກ່ຽວກັບໝາກຜົນບັນລຸໄດ້ໃນສະໄໝກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ທ່ານ Marcelo Rodriguez ໄດ້ເນັ້ນໜັກເຖິງບົດບາດສຳຄັນພິເສດຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃນການຊີ້ນຳນຳພາຢ່າງຮອບດ້ານພາລະກິດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດໃນຊຸມທົດສະວັດຜ່ານມາ, ເປັນຕົ້ນແມ່ນເມື່ອຫວຍດນາມ ກະກຽມສະຫຼອງ 40 ປີແຫ່ງການປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ (1986 – 2026).

ຕອບກັບ

ຂ່າວ/ບົດ​ອື່ນ