ຫວຽດນາມ - ອາເມລິກາ ເຫັນດີເປັນເອກະພາບຮ່ວມມືເພື່ອປະກອບສ່ວນເຂົ້າໃນການນຳການພົວພັນລະຫວ່າງສອງປະເທດພັດທະນາຢ່າງຮອບດ້ານ
(VOVWORLD) -ວັນທີ 5 ກຸມພາ 2021, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ໂອ້ລົມທາງໂທລະສັບກັບທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken (ພາບ: VGP) |
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ສະແດງຄວາມຍິນດີຕໍ່ທ່ານ Blinken ທີ່ໄດ້ຮັບດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ແລະ ສະແດງໃຫ້ເຫັນຄວາມກຽມພ້ອມຮ່ວມມືກັບທ່ານ Blinken ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັວຄູ່ຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການປັບປຸງສັນຕິພາບ, ຄວາມໝັ້ນຄົງ, ພັດທະນາ, ວັດທະນາຖາວອນ ຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ໃນໂລກ.
ສອງຝ່າຍໄດ້ເຫັນດີເປັນເອກະພາບຮ່ວມມືເພື່ອປະກອບສ່ວນເຂົ້າໃນການນຳການພົວພັນລະຫວ່າງສອງປະເທດພັດທະນາຢ່າງຮອບດ້ານ ແລະ ເລິກເຊິ່ງກ່ວາອີກ ໃນໄລຍະຈະມາເຖິງ ດ້ວຍຈຸດສຸມແມ່ນເສດຖະກິດ - ການຄ້າ - ການລົງທຶນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຍົກສູງກຳລັງຄວາມສາມາດໃນການເດີນເຮືອ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ກໍ່ຄືຍູ້ແຮງການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ເພີ່ມທະວີການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ສ່ວນທ່ານ Blinken ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ແລະ ຢັ້ງຢືນວ່າ ອາເມລິກາ ຈະສືບຕໍ່ຖືການພົວພັນກັບຫວຽດນາມ ເປັນສຳຄັນ. ທ່ານກໍ່ມີຄວາມປາດຖະໜາວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາກົນໄກໃນພາກພື້ນ ແລະ ສາກົນ ກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.