ເວທີປາໄສ “ຄວາມຮັບຮູ້ກ່ຽວກັບອາຊຽນ
ພາບ:vietnamplus.vn
|
(vovworld) - ຄະນະຜູ້ແທນຫວຽດນາມ ໂດຍທ່ານ Bui Thanh Son ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ນຳຫນ້າ ໄດ້ເຂົ້າຮ່ວມເວທີປາໄສ “ຄວາມຮັບຮູ້ກ່ຽວກັບອາຊຽນ” ຈັດຂຶ້ນໃນວັນທີ 22 ແລະ 23/3 ຢູ່ນະຄອນ Roma ປະເທດ Itali. ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ Bui Thanh Son ເນັ້ນຫນັກຄວາມໝາຍ, ຈຸດປະສົງຂອງເວທີປາໄສ ແມ່ນແນໃສ່ຊຸກຍູ້ຄວາມຮັບຮູ້ຂອງບັນດາວິສາຫະກິດ, ນັກລົງທຶນຂອງ Itali ກ່ຽວກັບອາຊຽນ, ແນະນຳຄວາມສາມາດບົ່ມຊ້ອນ ແລະ ບັນດາກາລະໂອກາດໃຫຍ່ຫລວງ ຊຶ່ງບັນດາປະເທດອາຊຽນຍາດມາໄດ້ ຜ່ານນັ້ນເພີ່ມທະວີການພົວພັນຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນຂອງ Itali ເວົ້າສະເພາະ ແລະ EU ເວົ້າລວມສຳລັບອາຊຽນ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຂອງວິກິດການເສດຖະກິດປະຈຸບັນ.