(VOVWORLD) - ສອງຝ່າຍໄດ້ເຫັນດີເປັນເອກະສັນໂດຍພື້ນຖານ ກ່ຽວກັບຫຼາຍເນື້ອໃນທີ່ສຳຄັນ, ພິເສດ ແມ່ນບັນດາເນື້ອໃນກ່ຽວຂ້ອງເຖິງການເປີດປະຕູຕະຫຼາດຢູ່ແຕ່ລະປະເທດ.
(ພາບ: TTXVN )
ຮອບເຈລະຈາທີ 11 ຂຶ້ນກັບການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ Israel (VIFTA) ໄດ້ຈັດຂຶ້ນແຕ່ວັນທີ 1-5 ສິງຫາຢູ່ Israel. ຄະນະເຈລະຈາຂອງຫວຽດນາມ ໂດຍຜູ້ຕາງໜ້າກະຊວງອຸດສາຫະກຳ ການຄ້າ ເປັນຫົວໜ້າຄະນະ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄື: ກະຊວງການເງິນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງແຜນການ ແລະ ການລົງທຶນ…
ທີ່ຮອບເຈລະຈາທີ 11, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາເນື້ອໃນຄື: ການເປີດປະຕູຕະຫຼາດສິນຄ້າ, ພາສີ ແລະ ສ້າງເງື່ອນໄຂສະດວກດ້ານການຄ້າ, ລະບອບລະບຽບການດ້ານກົດໝາຍ, ການບໍລິການ ແລະ ການລົງທຶນ…. ສອງຝ່າຍໄດ້ເຫັນດີເປັນເອກະສັນໂດຍພື້ນຖານ ກ່ຽວກັບຫຼາຍເນື້ອໃນທີ່ສຳຄັນ, ພິເສດ ແມ່ນບັນດາເນື້ອໃນກ່ຽວຂ້ອງເຖິງການເປີດປະຕູຕະຫຼາດຢູ່ແຕ່ລະປະເທດ.