ຫົວໜ້າຄະນະຂົນຂວາຍປະຊາຊົນຕ້ອນຮັບຄະນະຜູ້ແທນສະຫະພັນຊາວໜຸ່ມກຳປູເຈຍ
ທ່ານນາງ ເຈືອງທິມາຍ ຕ້ອນຮັບທ່ານ Hun Many
(ພາບ: TTXVN)
(vovworld) - ວັນທີ 09/03, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສະຫະພັນຊາວໜຸ່ມ ກຳປູເຈຍ ໂດຍທ່ານ Hun Many, ສະມາຊິກສະພາແຫ່ງຊາດ ກຳປູເຈຍ, ປະທານສະຫະພັນຊາວໜຸ່ມ ກຳປູເຈຍ ນຳໜ້າມາຢ້ຽມຢາມ ຫວຽດນາມ ແລະ ເຮັດວຽກກັບຄະນະຊາວໜຸ່ມກອມມູນິດ ໂຮຈີມິນ ແລະ ສະຫະພັນຊາວໜຸ່ມ ຫວຽດນາມ. ທ່ານນາງ ເຈືອງທິມາຍ ເຊື່ອໝັ້ນວ່າ: ການຢ້ຽມຢາມຈະປະກອບສ່ວນເພີ່ມພູນຄູນສ້າງ ແລະ ເຮັດໃຫ້ການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງໄວໜຸ່ມ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ກຳປູເຈຍ ເລິກເຊິ່ງກ່ວາ. ທ່ານນາງ ເຈືອງທິມາຍ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ສະໜັບສະໜູນ ແລະ ສ້າງເງື່ອນໄຂ ເພື່ອໃຫ້ຊາວໜຸ່ມ ຫວຽດນາມ ເພີ່ມທະວີການແລກປ່ຽນ, ຮ່ວມມືກັບຊາວໜຸ່ມ ກຳປູເຈຍ. ສ່ວນທ່ານ Hun Many ຢືນຢັນວ່າ: ໃນຊຸມປີຜ່ານມາ, ບົນພື້ນຖານຂໍ້ຕົກລົງຮ່ວມມືລະຫວ່າງສະຫະພັນຊາວໜຸ່ມ ຫວຽດນາມ ກັບສະຫະພັນຊາວໜຸ່ມ ກຳປູເຈຍ, ການພົວພັນຮ່ວມມືລະຫວ່າງຊາວໜຸ່ມ 2 ປະເທດນັບມື້ນັບເພີ່ມທະວີ, ດ້ວຍການເຄື່ອນໄຫວອຸດົມສົມບຸນ ແທດຈິງ ແລະ ມີປະສິດທິຜົນ ຫລາຍຢ່າງ. ສະຫະພັນຊາວໜຸ່ມ ກຳປູເຈຍ ຈະຮຽງບ່າຮຽງໄຫຼ່ກັບຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສະຫະພັນຊາວໜຸ່ມ ຫວຽດນາມ ຜັນຂະຫຍາຍການພົວພັນຮ່ວມມືຮອບດ້ານລະຫວ່າງຊາວໜຸ່ມ 2 ປະເທດເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າ ນຳການພົວພັນຂອງ 2 ປະເທດເຂົ້າສູ່ລວງເລິກ, ແທ້ຈິງ.