ຫ້ອງວ່າການປະທານປະ ເທດປະກາດກົດໝາຍ, ມະຕິບາງສະບັບ
![ຫ້ອງວ່າການປະທານປະ ເທດປະກາດກົດໝາຍ, ມະຕິບາງສະບັບ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_12_11/luat.jpg)
(ພາບປະກອບ: www.baonghean.vn)
(vovworld)– ຕອນເຊົ້າວັນທີ 11/12, ຫ້ອງວ່າການປະທານປະເທດໄດ້ຈັດການປະຊຸມຂ່າວປະກາດກົດໝາຍ 5 ສະບັບຊື່ງຫາກໍ່ໄດ້ຮັບການຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ໃນນັ້ນມີກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ; ກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ; ກົດໝາຍສະບັບປັບປຸງ ແລະ ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການບິນພົນລະເຮືອນຫວຽດນາມ. ໃນໂອກາດນີ້, ມະຕິ 3 ສະບັບໄດ້ຮັບການປະກາດແມ່ນ: ມະຕິໃຫ້ສັດຕະຍາບັນສົນທິສັນຍາຂອງ ສປຊ ກ່ຽວກັບການຕ້ານການທໍລະມານ ແລະ ບັນດາຮູບການປະພຶດ ແລະ ລົງໂທດຢ່າງໂຫດຮ້າຍ, ໄຮ້ມະນຸດສະທຳ; ມະຕິກ່ຽວກັບການໃຫ້ສັດຕະຍາບັນສົນທິສັນຍາຂອງ ສປຊ ກ່ຽວກັບສິດຂອງຄົນພິການ, ມະຕິກ່ຽວກັບການລົງຄະແນນສຽງໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາ ປຊຊ ເລືອກຕັ້ງຫຼືໃຫ້ສັດຕະຍາບັນ./.