ຫຼາຍປະເທດອີຢູຈາກແກ່ຍາວເວລາຄວບຄຸ້ມຊາຍແດນ
(ພາບປະກອບ: AFP/TTXVN)
(vovworld) – ວັນທີ 23/01, ໜັງສືພິມເຢຍລະມັນ Welt am Sontag, ໄດ້ຄັດແຫຼ່ງຂ່າວການທູດໂດຍໃຫ້ຮູ້ວ່າ, ຫຼາຍປະເທດໃນສະຫະພາບເອີລົບ (ອີຢູ) ຄື: ເຢຍລະມັນ, ໂອຕາລິດ, ຊູແອດ ແລະ ແດນໝາກ, ຍາກແກ່ຍາວເວລາຄວບຄຸ້ມຊາຍແດນ ເພື່ອຈຳກັດຊາວອົບພະຍົມເຄື່ອນຍ້າຍເຂົ້າບັນດາປະເທດນີ້. ຕາມຂໍ້ກຳນົດ, ຄຳສັ່ງຄວບຄຸ້ມຊາຍແດນທີ່ພວມປະກາດໃຊ້ຈະໝົດກຳນົດເວລາໃນເດືອນ 05/2016, ຖາ້ຫາກລັດຖະມົນຕີວ່າການກະຊວງພາຍໃນບັນດາປະເທດອີຢູ ເຫັນດີແກ່ຍາວການຄວບຄຸ້ມຊາຍແດນ ຄຳສັ່ງດັ່ງກ່າວອາດຈະຕໍ່ກຳນົດເວລາຕື່ມອີກ 1 ປີເຄິງ. ລັດຖະມົນຕີວ່າການກະຊວງພາຍໃນບັນດາປະເທດອີຢູ ຈັດກອງປະຊຸມບໍ່ເປັນທາງການຢູ່ Amsterdam, ປະເທດໂຮນລັງ ໃນວັນທີ 25/01 ເພື່ອປຶກສາຫາລືກ່ຽວກັບບັນຫານີ້.