ອົງການໄອຍະການບຣາຊີນອອກຄຳສັ່ງຈັບຕົວນັກການເມືອງຂັ້ນສູງ4ທ່ານ
ທ່ານອະດີດລັດຖະມົນຕີກະຊວງແຜນການ Romero Juca
(ພາບ: AFP/ສຳນັກຂ່າວສານຫວຽດນາມ)
(vovworld) – ວັນທີ 7/6, ອົງການໄອຍະການສະຫະພັນ ບຣາຊີນ ໄດ້ອອກຄຳສັ່ງຈັບຕົວນັກການເມືອງຂັ້ນສູງ 4 ທ່ານເຊິ່ງລວມມີ: ທ່ານປະທານສະພາສູງ Eduardo Cunha, ທ່ານປະທານສະພາຕຳ່ Renan Calheiros, ທ່ານອະດີດປະທານາທິບໍດີ Jose Sarney ແລະ ອະດີດລັດຖະມົນຕີກະຊວງແຜນການ Romero Juca. ບັນດາບຸກຄົນເຫລົ່ານີ້ລ້ວນແຕ່ແມ່ນສະມາຊິກຂອງພັກຂະບວນການປະຊາທິປະໄຕ (PMDB) ຂອງທ່ານປະທານາທິບໍດີຊົ່ວຄາວໃນປະຈຸບັນ Michel Temer. ອົງການໄອຍະການ ບຣາຊີນ ຕັດສິນ ຈັບຕົວບັນດາບຸຸກຄົນເຫລົ່ານີ້ຍ້ອນໄດ້ກີດຂວາງການສືບສວນກໍລະນີສໍ້ລາດບັງຫຼວງຢູ່ກຸ່ມບໍລິສັດນຳ້ມັນອາຍແກັດແຫ່ງຊາດ Petrobras. ກ່ອນໜ້ານັ້ນ, ບັນດາພາຫະນະສື່ມວນຊົນບຣາຊີນ ໄດ້ລົງສາຍວີດີໂອທີ່ສະແດງໃຫ້ເຫັນວ່າບຸກຄົນເຫລົ່ານີ້ໄດ້ແຊກແຂງເຂົ້າການສືບສວນຄະດີ Petrobras, ດ້ວຍຈຳນວນເງິນສໍ້ລາດບັງຫຼວງ ແລະ ໃຫ້ສິນບົນຂຶ້ນເຖິງ 4 ຕື້ USD. ສານສູງສຸດສະຫະພັນຈະດຳເນີນການສືບສວນກໍລະນີນີ້.