ອົງຄະນະພັກຄະນະໂຄສະນາສຶກສາສູນກາງ ຈັດຕັ້ງກອງປະຊຸມເຜີຍແຜ່, ຊາບຊຶມມະຕິສູນກາງຄັ້ງທີ 4


ອົງຄະນະພັກຄະນະໂຄສະນາສຶກສາສູນກາງ ຈັດຕັ້ງກອງປະຊຸມເຜີຍແຜ່, ຊາບຊຶມມະຕິສູນກາງຄັ້ງທີ 4 - ảnh 1
ທ່ານ Dinh The Huynh ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ
( ພາບ: tuyengiao.vn )


( vovworld ) – ​ ​​ວັນ​ທີ 5/4, ອົງຄະ​ນະພັກ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ເຜີຍ​ແຜ່,​ ຊາບ​ຊຶມ​ມະຕິ​ສູນ​ກາງ​ຄັ້​ງທີ 4 ຊຸດ​ທີ 11. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ Dinh The Huynh ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ພິ​ເສດ​ຂອງ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 “ ບາງ​ບັນຫາ​​ຮີບ​ດ່ວນກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ ” ​ແລະ ບົດ​ບາດ​ຕັດ​ສິນ​ຂອງ​ວຽກ​ງານ​ຈັດ​ຕັ້ງ​ປະຕິບັດ​ມະຕິ. ທ່ານ Dinh The Huynh ​ໄດ້​ຮຽກຮ້ອງ​ໃຫ້​ພະນັກງານ, ສະມາຊິກ​ພັກ​ອົງການ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຄວນ​ມີ​ຄວາມຮັບ​ຮູ້​ຢ່າງ​ຄົບ​ຖ້ວນ, ​ເລິກ​ເຊິ່ງ​ເຖິງ​ຈຸດປະສົງ, ຄວາມ​ໝາຍ, ຄວາມ​ຮຽກຮ້ອງ​ຕ້ອນ​ການ ​ເນື້ອ​ໃນ​ຂອງມະຕິ, ກຳ​ແໜ້ນ​ແນວ​ຄິດ​ຊີ້​ນຳ ​ແລະ ບັນດາ​ວຽກ​ງານ​ທີ່ຕ້ອງ​ເຮັດ. ບົນ​ພື້ນຖານ​ນັ້ນ, ມີ​ຄວາມເປັນ​ເອກະ​ພາບ​ນຳ​ກັນ​ສູງ​ກ່ຽວ​ກັບ​​ເຈດ​ຈຳນົງ, ຄວາມ​ຕັດສິນ​ໃຈ, ​ຮັບ​ຮູ້ໜ້າ​ທີ່​ຂອງ​ຕົນ​ເພື່ອ​ເປັນ​ແບບຢ່າງ​ປະຕິບັດດ້ວຍ​ຄວາມ​ຕື່ນ​ຕົວ. ພ້ອມ​ກັນ​ນັ້ນ, ​ປະຕິບັດ​ໜ້າ​ທີ​ເປັນ​ເສນາ​ທິການ​ໃຫ້​ແກ່​ກົມ​ການ​ເມືອງ, ຄະນະ​ເລຂາ, ຄະນະ​ປະບໍລິຫານງານ​ສູນ​ກາງ​​ໃນ​ການຊີ້​ນຳ​ການຈັດ​ຕັ້ງ ​ແລະ ປະຕິບັດ.



ຂ່າວ/ບົດ​ອື່ນ