(ກອງປະຊຸມຄັ້ງທີ 39 ຂອງພັກກຳອຳນາດປະຊາຊົນ ກຳປູເຈຍ)
(vovworld) - ກອງປະຊຸມຄັ້ງທີ 39 ຂອງພັກກຳອຳນາດປະຊາຊົນ ກຳປູເຈຍ (CPP) ໄດ້ອັດລົງໃນຕອນບ່າຍວັນທີ 10/01 ພາຍຫລັງເຮັດວຽກເປັນເວລາ 2 ວັນ, ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານ CPP, ນາຍົກລັດຖະມົນຕີ Hun Sen ແລະ ປະທານກິຕິມະສັກ, ປະທານສະພາແຫ່ງຊາດ Heng Xamrin. ແຈ້ງການກ່ຽວກັບໝາກຜົນກອງປະຊຸມຂອງ CPP ລວມມີ 9 ຈຸດໃຫ້ຮູ້ວ່າ: ກອງປະຊຸມຮັບຮອງເອົາບົດລາຍງານກ່ຽວກັບສະພາບການລວມ ແລະ ວຽກງານຂອງພັກປີ 2015 ແລະ ທິດທາງໜ້າທີ່ປີ 2016, ໃນນັ້ນ ເນັ້ນໜັກເຖິງການສະໜັບສະໜູນຢ່າງສີ້ນເຊີງສຳລັບຄວາມມານະພະຍາຍາມຂອງລັດຖະບານລາດຊະວົງ ກຳປູເຈຍ, ໂດຍພາຍໃຕ້ການຊີ້ນຳນຳພາຂອງທ່ານນາຍົກລັດຖະມົນຕີ Hun Sen, ໃນການປະຕິບັດໂຄງການການເມືອງ ແລະ ຍຸດທະສາດສີ່ລຽມໄລຍະ 3; ແກ້ໄຂບັນຫາຊາຍແດນກັບບັນດາປະເທດບ້ານໃກ້ເຮືອນຄຽງໃຫ້ດີ. ແຈ້ງການເນັ້ນໜັກວ່າເສດຖະກິດ ກຳປູເຈຍ ບັນລຸໄດ້ບັນດາຜົນງານທີ່ໜ້າຊືນຊົມດ້ວຍລະດັບເຕີບໂຕ 7% ໃນປີ 2015.