ອິດສະຣາແອນກ່າວເຕືອນມີໄພກໍ່ການຮ້າຍຢູ່40ປະເທດ
ບ໋າທິ-ນັກຂ່າວVOVປະຈຳອີຢິບ -  
(ພາບປະກອບຈາກ RT)
|
(vovworld) – ຫ້ອງການຕ້ານກໍ່ການຮ້າຍຂຶ້ນກັບລັດຖະບານ ອິດສະຣາແອນ ຫາກໍ່ຍົກອອກຄຳກ່າວເຕືອນພົນລະເມືອງຂອງປະເທດນີ້ບໍ່ຄວນໄປເຖິງ 40 ປະເທດໃນເດືອນ 4 ແລະ ເດືອນ 5 ຈະມາເຖິງ, ເພື່ອແນໃສ່ຫຼີກລ້ຽງໄພອັນຕະລາຍຖືກບຸກໂຈມຕີແບບກໍ່ການຮ້າຍ. ແຈ້ງການຊີ້ແຈ້ງວ່າ: ຊາວ ອິດສະຣາແອນ ແລະ ຊາວ ຢິວ ອາດຈະກາຍເປັນເປົ້າໝາຍບຸກໂຈມຕີກໍ່ການຮ້າຍຢູ່ 40 ປະເທດໃນ 2 ເດືອນຈະມາເຖິງ ຍ້ອນນີ້ແມ່ນຈຸດເວລາດຳເນີນຫຼາຍງານບຸນຕາມປະຕິທິນຂອງຊາວ ຢິວ. ບັນດາງານບຸນນີ້ອາດຈະກາຍເປັນຂໍ້ອ້າງອີງເພື່ອປຸກລະດົມບັນດາການບຸກໂຈມຕີແນໃສ່ບັນດາເປົ້າໝາຍ ອິດສະຣາແອນ ແລະ ຊາວຢິວ. ຫ້ອງການຕ້ານກໍ່ການຮ້າຍຂອງ ລັດຖະບານ ອິດສະຣາແອນ ຢັ້ງຢືນບັນດາຄຳກ່າວເຕືອນໄດ້ຍົກອອກມາໂດຍອີງໃສ່ບັນດາຂໍ້ມູນຂ່າວສືບລາຊະການລັບທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ພວມໄດ້ຮັບການຢັ້ງຢືນ. ພົນລະເມືອງ ອິດສະຣາແອນ ພວມມີໜ້າຢູ່ບັນດາປະເທດທີ່ມີຊື່ໃນບັນຊີລາຍຊື່ດັ່ງກ່າວໄດ້ຮັບການກ່າວເຕືອນຕ້ອງເດີນທາງອອກຈາກບັນດາປະເທດນີ້ໃນທັນທີ.
ບ໋າທິ-ນັກຂ່າວVOVປະຈຳອີຢິບ