ລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry (ເບື້ອງຂວາ) ຈັບມືກັບຫົວໜ້າຄະນະເຈລະຈາ ປາແລດສະຕີນ Saeb Erakat ແລະ ທູດພິເສດ ອາເມລິກາ Martin Indyk ໃນວັນທີ 3/4
(ພາບ: AP)
(vovworld) – ຕາມເຈົ້າໜ້າທີ່ ອິດສະຣາແອນ ແລ້ວ, ການເຈລະຈາຕາມແຜນການເມື່ອວັນທີ 16/4 ລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ ຖືກໂຈະໄວ້, ພາຍຫຼັງເຫດການນາຍຕຳຫຼວດຜູ້ໜຶ່ງຂອງ ອິດສະຣາແອນ ຖືກຍິງຕາຍ ເຊິ່ງ Tel Aviv ໄດ້ຖີ້ມ ໂທດໃສ່ຝ່າຍ ປາແລດສະຕີນ.
ໃນຂະນະນັ້ນ, ບັນດາເຈົ້າໜ້າທີ່ ປາແລດສະຕີນ ໃຫ້ຮູ້ວ່າ: ການເຈລະຈາ ຖືກໂຈະໄວ້ຮອດວັນທີ 17/4 ເພື່ອລໍຖ້າທູດພິເສດຂອງ ອາເມລິກາ Martin Indyk ໄປຍັງເຂດດັ່ງກ່າວ. ບັນດານັກເຈລະຈາ ອິດສະຣາແອນ ແລະ ປາແລດສະຕີນ ໄດ້ມີການພົບປະກັບໃນວັນທີ 13/4 ແລະ ຈັດຕັ້ງການພົບປະ 3 ຝ່າຍກັບທູດພິເສດ ອາເມລິກາ Martin Indyk ໃນວັນທີ 16/4 ເພື່ອແນໃສ່ກູ້ຊ່ວຍວິວັດທະນາການສັນຕິພາບ ຫລຸດຜົ້ນອອກຈາກສະພາບບໍ່ມີທາງອອກ. ການເຈລະຈາສັນຕິພາບ ອິດສະຣາແອນ - ປາແລດສະຕີນ ໄດ້ຕົກເຂົ້າສູ່ສະພາບບໍ່ມີທາງອອກໃນອາທິດກ່ອນ ພາຍຫຼັງ ອິດສະຣາແອນ ປະຕິເສດປ່ອຍບັນດານັກໂທດ ປາແລດສະຕີນ ສຸດທ້າຍ ຕາມຂໍ້ຕົກລົງກ່ອນໜ້ານັ້ນ, ແລະ ປາແລດສະຕີນ ໄດ້ໂຕ້ຕອບດ້ວຍເລື່ອງ ຍື່ນໃບຄຳຮ້ອງເຂົ້າຮ່ວມ 15 ສັນຍາ, ສົນທິສັນຍາ ສາກົນ ແລະ ສະຫະປະຊາຊາດ ດ້ວຍຖານະເປັນປະເທດ ປາແລດສະຕີນ ກ່ອນທີ່ໝົດເວລາ ເຈລະຈາ 9 ເດືອນ.