(vovworld) - ວັນທີ 12/11, ອົງການຕິດຕາມພົນລະເມືອງຕັ້ງຖິ່ນຖານ Pasce Now ໃຫ້ຮູ້ວ່າ, ອິດສະຣາແອນ ພວມສ້າງແຜນການເປີດກວ້າງເຂດຕັ້ງຖິ່ນຖານຄົງທີ່ Iramar ຢູ່ທາງທິດເໜືອເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ຖ້າຫາກແຜນການນີ້ຖືກຮັບຮອງເອົາ, ຈຳນວນເຮືອນຢູ່ ຢູ່ເຂດນີ້ຈະເພີ່ມຂຶ້ນທົບ 5 ເທົ່າ ແຕ່ 137 – 675 ຫຼັງ. ຕາມໂຄສົກຂອງ Pasce Now ທ່ານ Amihai ແລ້ວ, ຄະນະກຳມະການກະຊວງປ້ອງກັນປະເທດ ຈະຖືກຮຽກໂຮມໃນວັນທີ 14/11 ເພື່ອຜັນຂະຫຍາຍການກະກຽມໃຫ້ແກ່ແຜນການດັ່ງກ່າວ. ແຕ່ກະຊວງປ້ອງກັນປະເທດ ອິດສະຣາແອນ ໃຫ້ຮູ້ວ່າ ຈຸດສຸມຂອງການປະຊຸມແມ່ນຈະປຶກສາຫາລືກ່ຽວກັບເລື່ອງຮັບຮອງເອົາເຂດເຮືອນເຊິ່ງໄດ້ຮັບການກໍສ້າງ ແລະ ບັນດາແຜນການເປີດກວ້າງເຊິ່ງປະຈຸບັນຍັງບໍ່ທັນໄດ້ຮັບການອະນຸມັດຜ່ານເປັນຕົ້ນຕໍ. ວົງການນັກສັງເກດການໃຫ້ຮູ້ວ່າ ແຜນການເປີດກວ້າງເຂດຕັ້ງຖິ່ນຖານຄົງທີຂອງ ອິດສະຣາແອນ ອາດກ່ຽວຂ້ອງເຖິງເລືອງ ປາແລດສະຕິນ ພວມມານະພະຍາຍາມຊຸກຍູ້ເລື່ອງເຂົ້າເປັນສະມາຊິກຂອງສະຫະປະຊາຊາດ.