ອັດເວທີປາໄສ ວິສາຫະກິດ ອາຊີ-ເອີລົບ ຄັ້ງທີ 13
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສວິສາຫະກິດອາຊີ-ເອີລົບ ຄັ້ງທີ 13
(ພາບ:phapluattp.vn)
(VOV)- ວັນທີ 5/11, ເວທີປາໄສວິສາຫະກິດອາຊີ-ເອີລົບ ຄັ້ງທີ 13 (AEBF) ຊື່ງໄດ້ດຳເນີນຢູ່ລາວ ໄດ້ອັດລົງພາຍຫຼັງດຳເນີນມາເປັນເວລາ 2 ວັນ. ດ້ວຍຫົວຂໍ້ຕົ້ນຕໍຄື: “ເອົາໃຈໃສ່ເບິ່ງແຍງໜ່ວຍພິພົບເພື່ອເສດຖະກິດ ແລະ ການດຳເນີນທຸລະກິດແບບຍືນຍົງຢູ່ອາຊີ ແລະ ເອີລົບ“ ນັ້ນ, ບັນດາຜູ້ແທນໄດ້ປຶກສາຫາລືຫຼາຍບັນຫາສຳຄັນຄື: ບັນດາທ່າອ່ຽງປະຈຸບັນ ແລະ ໃນອະນາຄົດໃນການພົວພັນດ້ານເສດຖະກິດ ແລະ ການດຳເນີນທຸລະກິດລະຫວ່າງອາຊີ-ເອີລົບ; ແງ່ຫັວງການເຕີບໂຕຢູ່ອາຊີ-ເອີລົບ; ການສຳພັດກັບການເງິນ; ສະພາບແວດລ້ອມ ແລະ ການຄ້ຳປະກັນສະບຽງອາຫານ, ພະລັງງານ ແລະ ການຄຸ້ມຄອງບັນດາແຫຼ່ງຊັບພະຍາກອນທຳມະຊາດແບບຍືນຍົງ; ຕະຫຼາດ ແລະ ການເຊື່ອມຈອດລະຫວ່າງເອີລົບ ແລະ ບັນດາອະນຸພາກພື້ນຂອງອາຊີ ຊື່ງຈຸດສຸມແມ່ນອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ… ຖະແຫຼງການຂອງທ່ານປະທານເວທີປາໄສວິສາຫະກິດອາຊີ-ເອີລົບ ຄັ້ງທີ 13 (AEBF) ທີ່ວາລະອັດຊີ້ແຈງວ່າ: ປີ 2012 ເສດຖະກິດໂລກຍັງຄົງຕ້ອງຮັບມືກັບຜົນຮ້າຍຢ້ອນຫຼັງຈາກວິກິດການການເງິນເລີ່ມແຕ່ປີ 2008-2009, ສະນັ້ນ ຝ່າຍຕ່າງໆຕ້ອງເພີ່ມທະວີການຮ່ວມມືໃນທຸກໆຂົງເຂດ, ຈາກດ້ານການຄ້າ, ການລົງທຶນ, ແລກປ່ຽນເຕັກໂນໂລຊີ….ເພື່ອຊຸກຍູ້ການພັດທະນາແບບຍືນຍົງຂອງສອງທະວີບ ແລະ ໂລກ.